ສ.ເຊັກໂກ ແລະ ຢູແກຼນ ອອກຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ

(VOVWORLD) - ທ່ານປະທານາທິບໍດີ Volodymyr Zelensky ຕີລາຄາສູງຂໍ້ລິເລີ່ມກ່ຽວກັບລູກປືນຂອງ ເຊັກໂກ
ສ.ເຊັກໂກ ແລະ ຢູແກຼນ ອອກຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1ທ່ານປະທານາທິບໍດີ ສ.ເຊັກໂກ Petr Pavel ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບ: president.gov.ua)

ວັນທີ 21 ມີນາ, ທ່ານປະທານາທິບໍດີ ສ.ເຊັກໂກ Petr Pavel ໄດ້ມີການຢ້ຽມຢາມ ຢູແກຼນ ແລະ ດຳເນີນການເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ກ່ຽວກັບສະພາບການແນວໜ້າ, ການຮ່ວມມືດ້ານປ້ອງກັນຊາດ ແລະ ການພັດທະນາການພົວພັນ 2 ຝ່າຍ. ການນຳ 2 ທ່ານກໍ່ໄດ້ອອກຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສ.ເຊັກໂກ ແລະ ຢູແກຼນ.

ທີ່ການເຈລະຈາ, ທ່ານປະທານາທິບໍດີ Volodymyr Zelensky ຕີລາຄາສູງຂໍ້ລິເລີ່ມກ່ຽວກັບລູກປືນຂອງ ເຊັກໂກ, ຢືນຢັນວ່າ ພວມຮ່ວມມືກັບ ເຊັກໂກ ເພື່ອປະຕິບັດຂໍ້ລິເລີ່ມດັ່ງກ່າວໃນປີນີ້. ທ່ານໄດ້ແບ່ງປັນຂໍ້ມູນລາຍລະອຽດກ່ຽວກັບການປຶກສາຫາລືຂອງທ່ານກັບທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ວິວັດການກະກຽມຈັດກອງປະຊຸມຄັ້ງໃໝ່ກັບ ອາເມລິກາ ຢູ່ ຊະອຸດີ ອາຣາເບຍ. ບັນດາການແລກປ່ຽນກໍ່ສຸມໃສ່ຄວາມມານະພະຍາຍາມລວມຂອງ ເອີລົບ ເພື່ອສະໜອງການຮັບປະກັນຄວາມໝັ້ນຄົງ ແລະ ມຸ່ງໄປເຖິງພື້ນຖານສັນຕິພາບຢ່າງຍາວນານ, ຍຸຕິທຳໃຫ້ແກ່ ຢູແກຼນ.

ສ່ວນທ່ານປະທານາທິບໍດີ Petr Pavel ຢືນຢັນວ່າ, ເຊັກໂກ ຈະສືບຕໍ່ສະໜອງການໜູນຊ່ວຍດ້ານປ້ອງກັນຊາດ ແລະ ການອຸປະຖຳມະນຸດສະທຳໃຫ້ແກ່ ຢູແກຼນ; ພ້ອມກັນນັ້ນ, ກໍ່ປະກອບສ່ວນເຂົ້າວຽກງານສ້າງສາປະເທດຊາດຄືນໃໝ່, ພິເສດແມ່ນໃນຂົງເຂດພະລັງງານ; ທ່ານສະເໜີການສະໜັບສະໜູນຕໍ່ເລື່ອງ ຢູແກຼນ ເຂົ້າເປັນສະມາຊິກ ອີຢູ ແລະ ນາໂຕ.

ຕອບກັບ

ຂ່າວ/ບົດ​ອື່ນ