(VOVWORLD) - ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ ຕາມທິດຕັ້ງໜ້າ ແລະ ແທດຈິງ
(ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫງວຽນຮວ່າບິ່ງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Luxembourg, Xavier Bettel) |
ໂດຍສືບຕໍ່ລາຍການເຮັດວຽກຢູ່ Luxembourg, ວັນທີ 21 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Luxembourg, Xavier Bettel.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫງວຽນຮວ່າບິ່ງ ຊີ້ແຈ້ງວ່າ, ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ ຕາມທິດຕັ້ງໜ້າ ແລະ ແທດຈິງ, ພິເສດແມ່ນໃນບັນດາຂົງເຂດທີ່ ຫວຽດນາມ ໃຫ້ບຸລິມະສິດ, ຄື: ກໍ່ສ້າງສູນການເງິນສາກົນ, ການເງິນສີຂຽວ, ພະລັງງານສີຂຽວ, ເຕັກໂນໂລຊີສູງ… 2 ຝ່າຍຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ທ່ານປາດຖະໜາວ່າ Luxembourg, ຈະສະໜັບສະໜູນຄະນະກຳມະການ ເອີລົບ (EC) ຍົກເລີກ “ບັດເຫຼືອງ” IUU ສຳລັບການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໂດຍໄວ.
ສ່ວນທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Xavier Bettel ຕີລາຄາສູງຄວາມຕັດສິນໃຈຂອງ ຫວຽດນາມ ໃນການສ້າງ ແລະ ເຄື່ອນໄຫວສູນການເງິນສາກົນຢູ່ ຫວຽດນາມ, ທ່ານຢືນຢັນວ່າ, ພ້ອມແລ້ວທີ່ຈະຈັດສົ່ງຜູ້ຊ່ຽວຊານ, ໜູນຊ່ວຍບຳລຸງສ້າງໃຫ້ແກ່ ຫວຽດນາມ ເພື່ອຜັນຂະຫຍາຍໂຄງການນີ້, ກໍຄືເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດການເງິນສີຂຽວ, ພະລັງງານສີຂຽວ…