ສະຫະປະຊາຊາດຄັດຄ້ານ ອິດສະຣາແອັນ ກໍ່ຄວາມເຄັ່ງຕຶງຂຶ້ນຕື່ມຢູ່ເຂດ ກາຊາ
(VOVWORLD) - ບາດກ້າວຂອງຝ່າຍ ອິດສະຣາແອັນ ແມ່ນໄປຝືນກັບບັນດາສິ່ງທີ່ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງເປັນຫຼາຍຄັ້ງຕໍ່ການເຊື່ອມຕໍ່ຄຳສັ່ງຢຸດຍິງຢູ່ເຂດ ກາຊາ ຄືນໃໝ່.
(ພາບປະກອບ: THX/TTXVN)
|
ວັນທີ 21 ມີນາ, ໂຄສົກສະຫະປະຊາຊາດ ທ່ານ Farhan Haq ໄດ້ຄັດຄ້ານເລື່ອງ ອິດສະຣາແອັນ ເປີດກວ້າງບັ້ນການທະຫານຢູ່ເຂດ ກາຊາ, ຖືນີ້ແມ່ນການກະທຳໄປຝືນກັບຄຳຮຽກຮ້ອງຂອງສະຫະປະຊາຊາດກ່ຽວກັບການຟື້ນຟູຄຳສັ່ງຢຸດຍິງຢູ່ເຂດດິນແດນຂອງ ປາແລັດສະຕິນ. ເມື່ອຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Farhan Haq ເນັ້ນໜັກວ່າ ບາດກ້າວຂອງຝ່າຍ ອິດສະຣາແອັນ ແມ່ນໄປຝືນກັບບັນດາສິ່ງທີ່ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງເປັນຫຼາຍຄັ້ງຕໍ່ການເຊື່ອມຕໍ່ຄຳສັ່ງຢຸດຍິງຢູ່ເຂດ ກາຊາ ຄືນໃໝ່. ເຈົ້າໜ້າທີ່ທ່ານນີ້ກໍ່ຢືນຢັນວ່າ, ທຸກຄວາມມານະພະຍາຍາມຂອງສະຫະປະຊາຊາດແມ່ນເພື່ອແນໃສ່ໜູນຊ່ວຍປະຊາຊົນຢູ່ເຂດ ກາຊາ ທີ່ພວມຖືກໂຈະໄວ້.
ໃນວັນດຽວກັນ, ຂະບວນການ ອິດສະລາມ Hamas ໄດ້ອອກສຽງປະຕິເສດຂ່າວທີ່ຖືວ່າ, ກຳລັງນີ້ໄດ້ຢຸດຕິການຕິດຕໍ່ ຫຼື ເຈລະຈາກ່ຽວກັບຂໍ້ຕົກລົງແລກປ່ຽນນັກໂທດ - ຕົວປະກັນກັບ ອິດສະຣາແອັນ.