ຈີນ ຕີລາຄາສູງຄວາມສຳຄັນຂອງກອງປະຊຸມສຸດຍອດອາຊຽນ

(VOVWORLD) -ທ່ານ ວາງອີ ໃຫ້ຮູ້ວ່າ, ຈີນ ຈະຮັກສາການຕິດຕໍ່ກັບອາຊຽນ ຢ່າງແໜ້ນແຟ້ນ.
ຈີນ ຕີລາຄາສູງຄວາມສຳຄັນຂອງກອງປະຊຸມສຸດຍອດອາຊຽນ - ảnh 1ທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດຈີນ
(ພາບ: TTXVN)

ວັນທີ 22 ເມສາ, ທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດຈີນ ໄດ້ຕີລາຄາສູງຄວາມສຳຄັນຂອງກອງປະຊຸມສຸດຍອດການນຳອາຊຽນ, ຄາດວ່າຈະຈັດຂຶ້ນໃນວັນທີ 24 ເມສາ. ໃນການໂອ້ລົມທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄທ  ດອນ ປຣະມັດວິໄນ ແລະ ທ່ານລັດຖະມົນຕີຜູ້ທີສອງກະຊວງການຕ່າງປະເທດ ບຣຸໄນ Dato Erywan Pehin Yusof, ທ່ານ ວາງອີ ສະແດງຄວາມຫວັງວ່າ, ກອງປະຊຸມຄັ້ງນີ້ຈະປະກອບສ່ວນຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມເພື່ອຫຼຸດຜ່ອນສະພາບປິນຂັ້ນໄດ ແລະ ຊຸກຍູ້ການໄກ່ເກ່ຍທາງດ້ານການເມືອງຢູ່ ມຽນມາ, ພ້ອມກັນນັ້ນສະແດງໃຫ້ເຫັນບົດບາດມີລັກສະນະສ້າງສັນຂອງອາຊຽນ. ທ່ານ ວາງອີ ໃຫ້ຮູ້ວ່າ, ຈີນ ຈະຮັກສາການຕິດຕໍ່ກັບອາຊຽນ ຢ່າງແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ