ຈີນ ແລະ ລັດເຊຍ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

(VOVWORLD) - ວັນທີ 15 ມິຖຸນາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການໂອ້ລົມທາງໂທລະສັບ ເພື່ອແລກປ່ຽນກ່ຽວກັບບັນດາການພົວພັນ 2 ຝ່າຍ.
ຈີນ ແລະ ລັດເຊຍ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ - ảnh 1ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: THX/TTXVN)

ໃນການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃຫ້ຂໍ້ສັງເກດວ່າ ການພົວພັນສະໜິດແໜ້ນ ແລະ ທັນການລະຫວ່າງ ຈີນ ແລະ ລັດເຊຍ ກໍ່ຄືການສະໜັບສະໜູນເຊິ່ງກັນ ແລະ ກັນຂອງ 2 ປະເທດ ໄດ້ປະກອບສ່ວນປົກປັກຮັກສາອຳນາດອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດການພັດທະນາຂອງ ຈີນ ແລະ ລັດເຊຍ. ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃຫ້ຄຳໝັ້ນສັນຍາວ່າ: ພ້ອມແລ້ວທີ່ຈະຮ່ວມກັບທ່ານປະທານາທິບໍດີ Putin ຊັກຈູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ - ລັດເຊຍ ແນໃສ່ຮັກສາການພັດທະນາຂັ້ນສູງເປັນປົກກະຕິ ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ