ຈີນ ແລະ ຫວຽດນາມ ຍູ້ແຮງການພັດທະນາອາຊີບປະມົງຢູ່ອ່າວພາກເໜືອແບບຍືນຍົງ

(VOVWORLD) - ວັນທີ 8/5, ການເຄື່ອນໄຫວສົມທົບປ່ອຍແນວພັນສິນໃນນ້ຳ ແລະ ປົກປ້ອງແຫຼ່ງສິນໃນນ້ຳຢູ່ ອ່າວພາກເໜືອ ປີ 2017 ລະຫວ່າງ ຈີນ ແລະ ຫວຽດນາມ ໄດ້ຮັບການຈັດຕັ້ງຢູ່ດ່ານຊາຍແດນແມ່ນ້ຳ ເປລວນ ໃນເຂດຊາຍແດນ ຈີນ - ຫວຽດນາມ, ຂຶ້ນກັບນະຄອນ  ຕູງຊິງ, ແຂວງ ກວາງສີ, ປະເທດ ຈີນ. 
ຈີນ ແລະ ຫວຽດນາມ ຍູ້ແຮງການພັດທະນາອາຊີບປະມົງຢູ່ອ່າວພາກເໜືອແບບຍືນຍົງ - ảnh 1 ພາບປະກອບ

ບັນດາຜູ້ແທນຂອງ 2 ປະເທດ ຈີນ - ຫວຽດນາມ ພ້ອມກັນປ່ອຍແນວພັນສິນໃນນ້ຳເພດຕ່າງໆກ່ວາ 41 ລ້ານຢ່າງລົງເຂດທະເລຢູ່ອ່າວພາກເໜືອ ເພື່ອແນໃສ່ຊຸກຍູ້ປະສິດທິຜົນການພັດທະນາອາຊີບປະມົງຢູ່ອ່າວພາກເໜືອແບບຍືນຍົງ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫວູວັນຕ໋າມ ຢັ້ງຢືນວ່າ: ບົນຈິດໃຈການພົວພັນມິດຕະພາບ, ຫວຽດນາມ ແລະ ຈີນ ໄດ້ ແລະ ພວມຮ່ວມມືໜູນຊ່ວຍເຊິ່ງກັນ ແລະ ກັນໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດກະສິກຳ ແລະ ສິນໃນນ້ຳ. ປະຈຸບັນ, ການຮ່ວມມືລະຫວ່າງ 2 ຝ່າຍຢູ່ອ່າວພາກເໜືອ ມີການປ່ຽນແປງທາງດ້ານຄຸນນະພາບ ຕາມທິດຕັ້ງໜ້າ. ທ່ານ ອູກາງເຈີນ, ຮອງລັດຖະມົນຕີກະຊວງກະສິກຳ ຈີນ ໃຫ້ຮູ້ວ່າ: ໃນອະນາຄົດ, 2 ຝ່າຍຈະຖືການເຄື່ອນໄຫວລ້ຽງປູກ, ສິນໃນນ້ຳຢູ່ ອ່າວພາກເໜືອແມ່ນຂອດກະໂດດຂັ້ນ, ລົງເລິກໃນການຮ່ວມມືລະຫວ່າງ 2 ຝ່າຍ ໃນບັນດາຂົງເຂດຈັບຫາປາ, ຂະຫຍາຍແນວພັນປາ, ຄົ້ນຄ້ວາຫົວອາຫານ… ສ້າງກົນໄກມີປະສິດທິຜົນ ແລະ ຍາວນານເປັນປົກກະຕິ, ເປີດກ້ວາງການຮ່ວມມືຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ