ຈີນອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຈີນຊຸດທີ 12
ພິທີອັດກອງປະຊຸມ
|
(vovworld) - ຕອນເຊົ້າວັນທີ 15/3, ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຈີນ ຊຸດທີ 12 ໄດ້ອັດລົງຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິງ. ເຂົ້າຮ່ວມວາລະອັດກອງປະຊຸມມີສະມາຊິກສະພາແຫ່ງຊາດຈີນ 2.900 ທ່ານ. ພາຍຫຼັງເຮັດວຽກມາເປັນເວລາ 10 ກວ່າມື້, ກອງປະຊຸມໄດ້ລົງມະຕິຮັບຮອງເອົາມະຕິກ່ຽວກັບກົດໝາຍວ່າດ້ວຍນິຕິບັນຍັດສະບັບປັບປຸງ ແລະ ຮ່າງມະຕິສຳຄັນອີກ 6 ສະບັບ, ເຊິ່ງລວມມີ: ບົດລາຍງານວຽກງານລັດຖະບານ, ບົດລາຍງານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2014 ແລະ ແຜນການພັດທະນາເສດຖະກິດ - ສັງຄົມປີ 2015; ບົດລາຍງານກ່ຽວກັບສະພາບການປະຕິບັດແຜນງົບປະມານສູນກາງ ແລະ ທ້ອງຖີ່ນປີ 2014 ແລະ ວາງແຜນງົບປະມານປີ 2015; ບົດລາຍງານກ່ຽວກັບວຽກງານຂອງຄະນະປະຈຳສະພາແຫ່ງຊາດ; ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ບົດລາຍງານຂອງໄອຍາການປະຊາຊົນສູງສຸດ. ສິ່ງເປັນໜ້າສົນໃຈນັ້ນແມ່ນ, ໃນໄລຍະດຳເນີນກອງປະຊຸມ. ບັນດາສະມາຊິກສະພາແຫ່ງຊາດ ໄດ້ພິຈາລະນາ, ປຶກສາຫາລືນັບຮ້ອຍບັນຫາຢ່າງລະອຽດ, ເຊິ່ງມີຜົນສະທ້ອນຢ່າງເລິກເຊິ່ງເຖິງຊີວິດທາງດ້ານເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການປະຕິຮູບລະບອບ.