ອາ​ເມ​ລິ​ກາ ຖອນ​ຄືນ​ສິດ​ນິ​ຕິ​ກຳ​ຂອງ​ຜູ້​ເຂົ້າ​ເມືອງ​ກ່​ວາ 500.000 ຄົນ

(VOVWORLD) - ສິ່ງນີ້ກໍ່ໝາຍຄວາມວ່າ ເຂົາເຈົ້າຈະຕ້ອງ “ອອກຈາກປະເທດ ອາເມລິກາ” ກ່ອນວັນທີ 24 ເມສາ.
ອາ​ເມ​ລິ​ກາ ຖອນ​ຄືນ​ສິດ​ນິ​ຕິ​ກຳ​ຂອງ​ຜູ້​ເຂົ້າ​ເມືອງ​ກ່​ວາ 500.000 ຄົນ - ảnh 1(ພາບ: THX/TTXVN)

    ວັນທີ 21 ມີນາ, ຕາມເວລາທ້ອງຖິ່ນ, ອາເມລິກາ ໄດ້ປະກາດຢຸດຂໍ້ກຳນົດນິຕິກຳຂອງຜູ້ເຂົ້າເມືອງນັບແສນຄົນ, ກຳນົດເວລາບັງຄັບເຂົາເຈົ້າ ຕ້ອງອອກຈາກປະເທດນີ້.  ຄຳຕັດສິນນີ້ ໄດ້ຫັນຄຳໝັ້ນສັນຍາຂອງທ່ານປະທານນາທິດບໍດີ Donald Trump ກ່ຽວກັບບັ້ນເນລະເທດຂະໜາດໃຫ່ຍກ່ວາໝູ່ໃນປະຫວັດສາດຂອງປະເທດ ອາເມລິກາ ໃຫ້ປະກົດຜົນເປັນຈິງ ແລະ ຈຳກັດຄົນເຂົ້າເມືອງ. ຄຳສັ່ງດັ່ງກ່າວ ໄດ້ສົ່ງຜົນສະທ້ອນຕໍ່ປະມານ 532.000 ຄົນ, ສ່ວນຫຼາຍແມ່ນມາຈາກພາກພື້ນອາເມລິກາ ລາຕິນ ໄປ ອາເມລິກາ ຕາມລາຍການໂດຍອຳນາດການປົກຄອງຂອງປະທານາບໍດີ Joe Biden ຍົກອອກມາ ເມື່ອເດືອນຕຸລາປີ 2022 ແລະ ໄດ້ເປີດກ້ວາງໃນເດືອນມັງກອນປີ 2023. ຕາມຂໍ້ຕົກລົງສະບັບໃໝ່, ເຂົາເຈົ້າຈະເສຍສິດປົກປ້ອງດ້ານກົດໝາຍ ພາຍຫຼັງເວລາ 30 ວັນ ນັບແຕ່ເມື່ອຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບພາຍໃນ ໄດ້ປະກາດ ຊື່ງຄາດວ່າໃນວັນທີ 25 ມີນາຈະມາເຖິງ. ສິ່ງດັ່ງກ່າວກໍ່ໝາຍຄວາມວ່າ ເຂົາເຈົ້າຈະຕ້ອງ “ອອກຈາກປະເທດ ອາເມລິກາ” ກ່ອນວັນທີ 24 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ