ທ່ານປະທານນາທິດບໍດີ Donald Trump ເອົາຄືນສິດຍົກເວັ້ນຄວາມໝັ້ນຄົງສຳລັບທ່ານ J.Biden ແລະ ທ່ານທີ່ປຶກສາຄວາມໝັ້ນຄົງຈຳນວນໜຶ່ງ
(VOVWORLD) - ແມ່ຍິງອີກຜູ້ໜຶ່ງ ທີ່ເຄີຍແກ້ງແຍ້ງກັບທ່ານ Trump ໃນການສ່ວງເສັງເຂົ້າທຳນຽບຂາວ, ອະດີດລັດຖະມົນຕີການຕ່າງປະເທດ ນາງ Hillary Clinton ກໍ່ນອນໃນບັນຊີລາຍຊື່ດັ່ງກ່າວ.
(ພາບ: THX/TTXVN) |
ໃນການປະກາດເມື່ອວັນທີ 21 ມີນາ, ຕາມເວລາທ້ອງຖິ່ນ, ທ່ານປະທານນາທິດບໍດີ Donald Trump ໄດ້ກ່າວເຕືອນວ່າ ຈະເອົາຄືນສິດຍົກເວັ້ນຄວາມໝັ້ນຄົງສຳລັບທ່ານອະດິດປະທານາທິບໍດີ Joe Biden, ບັນດາທ່ານອະດີດເຈົ້າໜ້າທີ່ອະວຸໂສທຳນຽບຂາວ ແລະ ທ່ານທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຈຳນວນໜຶ່ງ. ບັນຊີລາຍຊື່ຜູ້ທີ່ບໍ່ມີສິດສຳຜັດກັບບັນດາຄວາມລັບຂອງລັດ ລວມມີອະດີດປະທານາທິບໍດີ Biden, ບັນດາສະມາຊິກໃນຄອບຄົວທ່ານ ແລະ ອະດິດຮອງປະທານາທິບໍດີ, ນາງ Kamala Harris, ຄູ່ແຂ່ງຂອງທ່ານ Trump ໃນການເລືອກຕັ້ງທີ່ຜ່ານມາ. ແມ່ຍິງອີກຜູ້ໜຶ່ງ ທີ່ເຄີຍແກ້ງແຍ້ງກັບທ່ານ Trump ໃນການສ່ວງເສັງເຂົ້າທຳນຽບຂາວ, ອະດີດລັດຖະມົນຕີການຕ່າງປະເທດ ນາງ Hillary Clinton ກໍ່ນອນໃນບັນຊີລາຍຊື່ດັ່ງກ່າວ ພ້ອມກັບເຈົ້າໜ້າທີ່ອະວຸໂທສອງທ່ານໃນສະໄໝຂອງທ່ານ Biden ຄືທ່ານ Antony Blinken ອະດີດລັດຖະມົນຕີການຕ່າງປະເທດ ແລະ ທ່ານ Jacob Sullivan ອະດີດທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ.