ປະຢັດ 448.000 kWh ພາຍຫຼັງ 1 ຊົ່ວໂມງໄດ້ມອດໄຟຕອບສະໜອງໂມງເພື່ອໜ່ວຍໂລກ 2025
(VOVWORLD) - ປີ 2024, ໂດຍໄດ້ຕອບສະໜອງໂມງເພື່ອໜ່ວຍໂລກ, ພາຍຫຼັງ 1 ຊົ່ວໂມງ, ທົ່ວປະເທດໄດ້ປະຢັດປະລິມານການຜະລິດໄຟຟ້າແມ່ນ 428.000 kWh.
(ພາບ: qdnd.vn) |
ຕາມຂ່າວຈາກບໍລິສັດໝູນໃຊ້ລະບົບໄຟຟ້າ ແລະ ຕະຫຼາດໄຟຟ້າແຫ່ງຊາດ (NSMO), ພາຍຫຼັງໄດ້ມອດໄຟ 1 ຊົ່ວໂມງຕອບສະໜອງໂມງເພື່ອໜ່ວຍໂລກ 2025 (ແຕ່ 20h30 ຫາ 21h30 ວັນທີ 22 ມີນາປີ 2025), ທົ່ວປະເທດໄດ້ປະຢັດປະລິມານພະລັງງານແມ່ນ 448.000 kWh. ເຫດການໂມງເພື່ອໜ່ວຍໂລກ ເພື່ອແນໃສ່ຕອບສະໜອງ ແລະ ຮຽກຮ້ອງການເຂົ້າຮ່ວມຂອງທຸກຊັ້ນໃນສັງຄົມ ພ້ອມກັນກະທຳ ເພື່ອກ້າວໄປເຖິງພື້ນຖານເສດຖະກິດສີຂຽວ. ປີ 2024, ໂດຍໄດ້ຕອບສະໜອງໂມງເພື່ອໜ່ວຍໂລກ, ພາຍຫຼັງ 1 ຊົ່ວໂມງ, ທົ່ວປະເທດໄດ້ປະຢັດປະລິມານການຜະລິດໄຟຟ້າແມ່ນ 428.000 kWh. ຕາມການຕີລາຄາຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ, ປະຈຸບັນ, ຂົງເຂດພະລັງງານ ປະກອບສ່ວນປະມານ 70% ຈຳນວນອາຍພິດເຮືອນແກ້ວທັງໝົດ. ຖ້າບັນດາທ້ອງຖິ່ນ, ວິສາຫະກິດ, ປຊຊ ບໍ່ມີການກະທຳອັນຂ້ຽວຂາດເພື່ອຫລຸດອັດຕາອາຍພິດເຮືອນແກ້ວ, ຫວຽດນາມ ຍາກທີ່ຈະບັນລຸເປົ້າໝາຍກ່ຽວກັບການຫລຸດອັດຕາອາຍເສຍລົງສູນໃນປີ 2050 ຄືດັ່ງຄຳໝັ້້ນສັນຍາໄດ້.