ງານ​ວາງ​ສະ​ແດງ “ດ່າ​ນັງ-ອະ​ດີດ​ຕະ​ການ ແລະ ປະ​ຈຸ​ບັນ”

(VOVWORLD) - ກ່ວາ 300 ຮູບພາບ, ພາບແຕ້ມ ແລະ ເອກະສານ, ປື້ມ, ໜັງສືພິມເກືອບ 3000 ຢ່າງທີ່ນຳມາວາງສະແດງ ໄດ້ນຳມາເຊິ່ງການມອງເຫັນອັນຮອບດ້ານກ່ຽວກັບປະຫວັດສາດເຂດຕົວເມືອງ...
ງານ​ວາງ​ສະ​ແດງ “ດ່າ​ນັງ-ອະ​ດີດ​ຕະ​ການ ແລະ ປະ​ຈຸ​ບັນ” - ảnh 1(ພາບ: VOV)

  ໂດຍຕອບສະໜອງພິທີສະເລີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງອົງຄະນະພັກນະຄອນ ດ່ານັງ ແລະ 50 ປີແຫ່ງວັນປົດປ່ອຍນະຄອນ, ແຕ່ວັນທີ 22-30 ມີນາ, ພະແນກວັດທະນະທຳ ແລະ ກິລານະຄອນ ດ່ານັງ ໄດ້ຈັດງານວາງສະແດງ “ດ່ານັງ-ອະດີດຕະການ ແລະ ປະຈຸບັນ”. ງານວາງສະແດງໄດ້ສະແດງຄືນບັນດາພາບພົດນະຄອນ ດ່ານັງ ຢ່າງມີຊີວິດຊີວາ ກ່ຽວກັບຊຸມວັນຫາກໍ່ໄດ້ສ້າງຕັ້ງຂຶ້ນ ຕະຫຼອດຮອດໄລຍະພັດທະນາຢ່າງແຮງໃນປະຈຸບັນ. ກ່ວາ 300 ຮູບພາບ, ພາບແຕ້ມ ແລະ ເອກະສານ, ປື້ມ, ໜັງສືພິມເກືອບ 3000 ຢ່າງທີ່ນຳມາວາງສະແດງ ໄດ້ນຳມາເຊິ່ງການມອງເຫັນອັນຮອບດ້ານກ່ຽວກັບປະຫວັດສາດເຂດຕົວເມືອງ, ການປ່ຽນແປງໃໝ່ ບືນຕົວຂຶ້ນຕາມແຕ່ລະວັນຂອງນະຄອນ ດ່ານັງ ແລະ ຊ່ວຍລຸ້ນປະຈຸບັນ ເຂົ້າໃຈແຈ້ງກ່ວາກ່ຽວກັບຄວາມມານະພະຍາຍາມ, ການເສຍສະຫຼະຂອງລຸ້ນພໍ່ລຸ້ນອ້າຍ ເພື່ອສ້າງສາ ແລະ ປົກປັກຮັກສານະຄອນແຫ່ງຄວາມຮັກ. ນີ້ແມ່ນເຫດການທີ່ມີຄວາມໝາຍ ຫວນຄືນໄລຍະທາງປະຫວັດສາດທີ່ສະຫງ່າອົງອາດ, ເຊີດຊູບັນດາຜົນງານອັນໃຫ່ຍຫຼວງຊື່ງກອງທັບ, ປຊຊ ແລະ ອຳນາດການປົກຄອງນະຄອນບັນລຸໄດ້, ຢັ້ງຢືນອິດທິພົນຊື່ສຽງຂອງ ດ່ານັງ ໃນໄລຍະເຊື່ອມໂຍງ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ