ຊຸກຍູ້ການພົວພັນຮ່ວມມື2ຝ່າຍຫວຽດນາມແລະສະຫະພາບເອີລົບ
ທ່ານນາງ Catherine Ashton (ຊ້າຍ) ແລະ ທ່ານ ຟ້າມບິ່ງມິງ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າປະເທດ ຢູ່ບຣຸກແຊນ
(ພາບ: Hương Giang/TTXVN)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ, ທ່ານນາງຮອງປະທານຄະນະກຳມະການ ເອີລົບ (EC), ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (EU) ກ່ຽວກັບນະໂຍບາຍພົວພັນຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບ Catherine Ashton, ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນວັນທີ 11 – 12/8/2014. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ ກ່ຽວກັບນະໂຍບາຍພົວພັນຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບ ນັບແຕ່ເມື່ອສັນຍາ Lisbon ມີຜົນສັດສິດໃນປີ 2009. ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງຮອງປະທານຄະນະກຳມະການ ເອີລົບ Catherine Ashton ເພື່ອແນໃສ່ທົບທວນຄືນການພົວພັນຮ່ວມມື 2 ຝ່າຍ ຫວຽດນາມ - ອີຢູ ໃນໄລຍະຜ່ານມາ ແລະ ສະເໜີບັນດາມາດຕະການຊຸກຍູ້ການພົວພັນໃນໄລຍະຈະມາເຖິງ, ເພີ່ມທະວີການສົມທົບກັນໃນບັນດາເວທີປາໄສສາກົນ ແລະ ຫຼາຍຝ່າຍຄື: ອາຊຽນ - ອີຢູ, ASEM, ສປຊ ແລະ ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.