ຊຸກຍູ້ການຮ່ວມມືເສດຖະກິດຫວຽດນາມ-ສະຫະພັນລັດເຊຍ

ຊຸກຍູ້ການຮ່ວມມືເສດຖະກິດຫວຽດນາມ-ສະຫະພັນລັດເຊຍ - ảnh 1
ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ລັດ​ເຊຍ
(ພາບ: nguyenhang)

(vovworld) ​ ​ ຕອນ​ເຊົ້າ​ວັນ​ທີ 14/12 ຢູ່​ຮ່າ​ໂນ້ຍ, ສະຖານທູດ ສະຫະພັນ​ລັດ​ເຊຍ, ອົງການ​ຕ່າງ​ໜ້າການ​ຄ້າ​ສະຫະພັນ ລັດ​ເຊຍ ປະຈຳ ຫວຽດນາມ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ສະຫະພັນ ລັດ​ເຊຍ ສົມທົບ​ກັບ​ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ລັດ​ເຊຍ. ​ເຫດການ​ດັ່ງ​ກ່າວ ​ໄດ້​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ລັດ​ເຊຍ ​ ​ເປັນຈຳນວນ​ຫລວງຫລາຍ. ຫວຽດນາມ ​ແລະ ລັດ​ເຊຍ ມີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ ​ແລະ ການ​ຮ່ວມ​ມື​​ໃນ​ຫລາຍ​ຂົງ​ເຂດຢ່າງ​ແໜ້ນ​ແຟ້ນ. ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ພວມ​ນັບ​ມື້​ນັບ​ເພີ່ມ​ທະວີ ​ແລະ ​ໄດ້​ຮັບ​ການ​ປັບປຸງ​ຢູ່​ບັນດາ​ຂົງ​ເຂດ​ທີ່​ເປັນ​ເສົາ​ຄ້ຳ​ລວມມີ: ການ​ຄ້າ, ການ​ລົງທຶນ, ນ້ຳມັນ​ອາຍ​ແກັສ ​ແລະ ພະລັງງານ​ໄຟຟ້າ. ມີວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຂອງ ຫວຽດນາມ ຫວັງ​ວ່າ: ບັນດາ​ວິ​ສາ​ຫະກິດ ລັດ​ເຊຍ ຈະ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງ ຫວຽດນາມ ​ພວມສົ່ງ​ເສີມ​ລົງທຶນ​ຄື: ພັດທະນາ​ພະລັງງານ​ໃໝ່, ພະລັງງານ​ຜະລິດ​ຄືນ​ໃໝ່, ປຸງ​ແຕ່ງກະສິກຳ - ປ່າ​ໄມ້, ສິນ​ໃນ​ນ້ຳ, ສ້າງ ​ແລະ ພັດທະນາພື້ນຖານ​ໂຄງ​ລ່າງ…

 


ຂ່າວ/ບົດ​ອື່ນ