ຊາວ​ຫວຽດານມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) - ທີ່ພິທີອາໄລຫາ ໄດ້ດຳເນີນໃນວັນທີ 24 ກໍລະກົດ, ຊາວຫວຽດນາມອາໄສຢູ່ແຂວງ ນະຄອນພະນົມ ໄດ້ສະຫງວນເວລາໜຶ່ງນາທີ ກົ້ມຫົວໄວ້ອາໄລເຖິງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ຊາວ​ຫວຽດານມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ພິທີໄວ້ອາໄລ ແລະ ວາງພວງມາລາ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ເຂດ ອະນຸສອນສະຖານປະທານໂຮ່ຈີມິນ  ແຂວງ ນະຄອນ ພະນົມ, ໄທ (ພາບ: VOV5)

ນັບແຕ່ວັນທີ 24 – 26 ກໍລະກົດ, ຄະນະຄຸ້ມຄອງເຂດ ອະນຸສອນສະຖານປະທານໂຮ່ຈີມິນ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແຂວງ ນະຄອນ ພະນົມ (ເຂດອີສານໄທ) ໄດ້ຈັດພິທີໄວ້ອາໄລ ແລະ ວາງພວງມາລາ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທີ່ພິທີອາໄລຫາ ໄດ້ດຳເນີນໃນວັນທີ 24 ກໍລະກົດ, ຊາວຫວຽດນາມອາໄສຢູ່ແຂວງ ນະຄອນພະນົມ ໄດ້ສະຫງວນເວລາໜຶ່ງນາທີ ກົ້ມຫົວໄວ້ອາໄລເຖິງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານ ຫງວຽນວັນຕວຽນ, ຄະນະຄຸ້ມຄອງ ເຂດອະນຸສະຖານ ປະທານໂຮ່ຈີມິນ ແບ່ງປັນວ່າ:

ວັນທີ 19 ກໍລະກົດ ຜ່ານມາ, ເມື່ອໄດ້ຮັບຂ່າວວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ, ຂ້າພະເຈົ້າ ແລະ ທຸກຄົນໃນຄະນະຄຸ້ມຄອງເຂດອະນຸສອນສະຖານກໍ່ຄືຊາວຫວຽດນາມ ອາໄສຢູ່ນະຄອນພະນົມ ຮູ້ສຶກໂສກເສົ້າເສຍດາຍທີ່ສຸດ. ນີ້ແມ່ນຄວາມສູນເສຍອັນຍິ່ງໃຫຍ່ສຳລັບປະເທດ ຫວຽດນາມ.

ເມື່ອດຳລົງຕຳແໜ່ງສູງສຸດຂອງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມສະຫະພັນ ລັດເຊຍເປັນສອງຄັ້ງ ແລະ ມີການພົບປະກັບຊາວຫວຽດນາມ ອາໄສຢູ່ລັດເຊຍ. ທ່ານເຈິ່ນຝູທ້ວນ, ຮອງປະທານຜູ້ປະຈຳການຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ຜູ້ທີ່ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງເປັນສອງຄັ້ງ ຫວນຄືນວ່າ:

ຄັ້ງທຳອິດ ຂ້າພະເຈົ້າໄດ້ພົບປະກັບທ່ານເລຂາທິການໃຫຍ່ເມື່ອປີ 2014 ເມື່ອເພິ່ນໄປຢ້ຽມຢຟາມລັດເຊຍ ແລະ ຂ້າພະເຈົ້າ ໄດ້ຮັບການແນະນຳແມ່ນ ເລຂາໜ່ວຍພັກຢູ່ຕ່າງປະເທດມາເປັນຫຼາຍປີແລ້ວ. ທ່ານເລຂາທິການໃຫຍ່ ເວົ້າກັບຂ້າພະເຈົ້າວ່າ: ໂດຍແມ່ນເລຂາໜ່ວຍພັກມາເປັນຫຼາຍປີ ໝາຍຄວາມວ່າໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ, ສະມາຊິກພັກ, ຈົ່ງພະຍາຍາມຮັກສາຈັນຍາບັນ, ຄຸນສົມບັດຂອງສະມາຊິກພັກ, ນັກກອມມູນິດໃຫ້ເປັນຢ່າງດີ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປແລ້ວແຕ່ຊາວຫວຽດນາມອາໄສຢູ່ຕ່າງປະເທດຍາມໃດກໍ່ຈົດຈຳຮູບພາບ ທີ່ສວຍງາມຂອງເພິ່ນໃນດວງໃຈ ແລະ ພ້ອມກັນສາມັກຄີ, ເຮັດວຽກງານໃຫ້ດີທີ່ສຸດ ເພື່ອປະກອບສ່ວນເຂົ້າໃນການສ້າງສາປະເທດ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ