ຍັງບໍ່ທັນໄດ້ຮັບຂ່າວ ພົນລະເມືອງຫວຽດນາມຮັບເຄາະຮ້າຍໃນເຫດບຸກໂຈມຕີຢູ່ບູກີນາ ຟາໂຊ


ຍັງບໍ່ທັນໄດ້ຮັບຂ່າວ ພົນລະເມືອງຫວຽດນາມຮັບເຄາະຮ້າຍໃນເຫດບຸກໂຈມຕີຢູ່ບູກີນາ ຟາໂຊ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິງ

(vovworld)- ວັນ​ທີ 16/1, ຕອບ​ສຳ​ພາດ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລີ​ຍາ​ຂອງ​ຫວຽດ​ນາມ​ຕໍ່​ໜ້າ ເຫດ​ການ​ບຸກ​ໂຈມ​ຕີ​ ແລະ ຈັບ​ເປັນ​ຕົວ​ປະ​ກັນຢູ່ ບູ​ກີ​ນາ ຟາ​ໂຊ ໃນ​ຕອນ​ຄ່ຳ​ວັນ​ທີ 15/1 ຕາມ​ເວ​ລາ​ທ້ອງ​ຖິ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິງ ຊີ້​ແຈ້ງວາ​່ : ຫວຽດ​ນາມ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ແລະ ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ບັນ​ດາ ເຫດ​ການ​ບຸກ​ໂຈມ​ຕີ​​ແບບກໍ່​ການ​ຮ້າຍ​ທີ່​ໄດ້​ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດຢູ່ ບູ​ກີ​ນາ ຟາ​ໂຊ ໃນ​ຊຸມມື້​ທີ່​ຜ່າຍ​ມາ ແລະ ໃນ​ມໍ່ໆ​ມານີ້ ແມ່ນ​ໃນ​ວັນ​ທີ 15/1. ພວກ​ຂ້າ​ພະ​ເຈົ້າ​ສະ​ແດງຄວາມ​ເສົ້າ​ສະ​ຫລົດ​ໃຈ ຂໍ​ແບ່ງ​ເບົາຄວາມ​ເຈັບ​ປວດ, ຄວາມ​ສູນ​ເສຍ​ໄປ​ຍັງ​ບັນ​ດາ​ຄອບ​ຄົວ​ຜູ້​ຮັບ​ເຄາະ​ຮ້າ​ຍ ແລະ ເຊື່ອ​ແນ​ວ່າ ຕົວ​ການກໍ່​ການ​ຮ້າຍ​ຈະ​ຖືກ​ນຳ​ຕົວ​ຂຶ້ນ​ສານ​ດຳ​ເນີນ​ຄະ​ດີ​ຕາມ​ລະ​ບຽບ​ກົດ​ໝາຍ.

     ແລະ​ກໍ​ໃນ​ການຕອບ​ສຳ​ພາດ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ ຈະ​ມີ​ພົນ​ລະ​ເມືອງ​ຫວຽດ​ນາມ​ເປັນ​ຜູ້​ຮັບ​ເຄາະ​ຮ້າຍ​ໃນເຫດ​ການ​ບຸກ​ໂຈມ​ຕີແບບກໍ່​ການ​ຮ້າຍຫຼືບໍ່? ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິງ ໃຫ້​ຮູ້ວາ​່ ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ມາ​ຣົກ ຮັບ​ຜິດ​ຊອບ​ວຽກ​ງານ​ການ​ທູດ​ຢູ່ບູ​ກີ​ນາ ຟາ​ໂຊ ແຊ້ງ​ໃຫ້​ຊາບ​ວ່າ ​ຂະ​ນະ​ນີ້, ຍັງ​ບໍ່​ທັນ​ໄດ້​ຮັບ​ຂ່າວພົນ​ລະ​ເມືອງ​ຫວຽດ​ນາມ​ຮັບ​ເຄາະ​ຮ້າຍ​ໃນ​ເຫດ​ການ​ບຸກ​ໂຈມ​ຕີ​ຢູ່ບູ​ກີ​ນາ ຟາ​ໂຊ.

ຂ່າວ/ບົດ​ອື່ນ