ຍີ່​ປຸ່ນ: ທ່ານ​ປະ​ທານ LDP ຄົນ​ໃໝ່ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ໃນ​ວັນ​ທີ 4 ຕຸ​ລາ

(VOVWORLD) -ໃນອາຍຸການຂອງຕົນ, ທ່ານ Fumio Kishida ໃຫ້ຄຳໝັ້ນສັນຍາຈະເພີ່ມລາຍຮັບຂອງຄົນຊັ້ນກາງ ແລະ ຫຼຸດຜ່ອນໄລຍະຫ່ວາງລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກ.
ຍີ່​ປຸ່ນ: ທ່ານ​ປະ​ທານ LDP ຄົນ​ໃໝ່ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ໃນ​ວັນ​ທີ 4 ຕຸ​ລາ - ảnh 1ທ່ານ Fumio Kishida, ປະທານພັກປະຊາທິປະໄຕເສລີ (LDP) ກຳອຳນາດ ຢູ່ ຍີ່ປຸ່ນ (ພາບ: TTXVN)

ທ່ານ Fumio Kishida, ປະທານພັກປະຊາທິປະໄຕເສລີ (LDP) ກຳອຳນາດ ຢູ່ ຍີ່ປຸ່ນ ຈະດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໃນວັນທີ 4 ຕຸລາ ແລະ ສ້າງລັດຖະບານຊຸດໃໝ່, ອົງການທີ່ຮັບໜ້າທີ່ຮັກສາການຄວບຄຸມໂລກລະບາດໂຄວິດ - 19, ພ້ອມທັງຟື້ນຟູພື້ນຖານເສດຖະກິດ ເຊິ່ງຖືກຜົນເສຍຫາຍຫຼາຍຢ່າງຈາກໂລກລະບາດໂຄວິດ - 19.

ໃນອາຍຸການຂອງຕົນ, ທ່ານ Fumio Kishida ໃຫ້ຄຳໝັ້ນສັນຍາຈະເພີ່ມລາຍຮັບຂອງຄົນຊັ້ນກາງ ແລະ ຫຼຸດຜ່ອນໄລຍະຫ່ວາງລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກ. ກໍ່ຄ້າຍຄືກັນກັບທ່ານອະດີດນາຍົກລັດຖະມົນຕີ Suga Yoshihide ແລະ ທ່ານອະດີດນາຍົກລັດຖະມົນຕີ Abe Shinzo, ທ່ານ Fumio Kishida ຢັ້ງຢຶນວ່າ ຍີ່ປຸ່ນ ຈະມານະພະຍາຍາມມຸ່ງໄປເຖິງການປະຕິບັດຫັນ ມະຫາສະໝຸດ ອິນເດຍ - ປາຊີຟິກ ເປັນເສລີ ແລະ ເປີດກ້ວາງ” ໃຫ້ປະກົບຜົນເປັນຈິງ ຕໍ່ໜ້າບັນດາການກະທຳແຜ່ອຳນາດຂອງ ປັກກິ່ງ ຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ, ພ້ອມທັງສະແດງບັນດາຄວາມວົກຕົກກັງວົນກ່ຽວກັບບັນດາຄວາມເຄັ່ງຕຶງຢູ່ຊ່ອງແຄບທະເລໄຕຫວັນ.

ຕອບກັບ

ຂ່າວ/ບົດ​ອື່ນ