ຍີ່ປຸ່ນຕັ້ງຊື່ໃຫ້ແກ່ເກາະ158ຫນ່ວຍຢູ່ທະເລຮົວຕູງ

ຍີ່ປຸ່ນຕັ້ງຊື່ໃຫ້ແກ່ເກາະ158ຫນ່ວຍຢູ່ທະເລຮົວຕູງ - ảnh 1
Senkaku/ ຝ່າຍ​ຈີນ​ເອີ້ນ​ວ່າ ຕ້ຽວ​ອີ້
photo:Reuters


(vovworld)- ວັນ​ທີ 1/8, ລັດຖະບານ ຍີ່​ປຸ່ນ ​ໄດ້​ຕັ້ງ​ຊື່​ໃຫ້​ເກາະນ້ອຍ 158 ຫນ່ວຍ ຢູ່​ທະ​ເລ ຮົວຕຸ​ງ ​ເພື່ອ​ຖະ​ແຫລ​ງອະທິປະ​ໄຕ​ຂອງ ​ໂຕ​ກຽວ ຢູ່​ເຂດ​ທະ​ເລ​ນີ້. ຊື່​ຂອງ​ເກາະ 158 ຫນ່ວຍ ຈະ​ປະກາດ​ສື່​ອອນ​ໄລ​ຂອງ​ລັດຖະບານ ກ່ຽວ​ກັບ​ນະ​ໂຍບາຍ​ທະ​ເລ ພ້ອມ​ທັງ ຈະ​ພິມ​ຢູ່​ບັນດາ​ແຜນ​ທີ່ ​ແລະ ​ແຜນ​ທີ່​ທະ​ເລ​ໃຫມ່.

        ບັນດາ​ເກາະ​ນ້ອຍ​ນີ້​ລ້ວນ​ແຕ່​ນອນ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ ຍີ່​ປຸ່ນ ​ແລະ ​ເລື່ອງ​ຕັ້ງ​ຊື່​ບໍ່​ເຮັດ​ໃຫ້​ເສັ້ນ​ຊາຍ​ແດນ​ທາງ​ທະ​ເລ​ປ່ຽນ​ແປງ. ​ໃນ​ຈຳ​ນວນ​ບັນດາ​ເກາະ​ເຫລົ່າ​ນັ້ນ ມີ ​ເກາະ 5 ຫນ່ວຍ​ແມ່ນ​ຂຶ້ນ​ກັບ​ເກາະ Senkaku/ ຝ່າຍ​ຈີນ​ເອີ້ນ​ວ່າ ຕ້ຽວ​ອີ້ ຊື່​ງຍີ່​ປຸ່ນ ​ແລະ ຈີນ ລ້ວນ​ແຕ່​ຖະ​ແຫລ​ງອະທິປະ​ໄຕ.

 

ຂ່າວ/ບົດ​ອື່ນ