ຍູ້ແຮງການຮ່ວມມື ປ້ອງກັນຊາດ 2 ປະເທດ ຫວຽດນາມ-ມາເລເຊຍ

ຍູ້ແຮງການຮ່ວມມື ປ້ອງກັນຊາດ 2 ປະເທດ ຫວຽດນາມ-ມາເລເຊຍ - ảnh 1
(ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ
ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ແລະ ມາ​ເລ​ເຊຍ)

(vovworld) – ຕອນ​ເຊົ້າ​ວັນ​ທີ 25/2, ທີ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ທ່ານ​ພົນ​​ເອກ ຟຸ່ງກວາງ​ແທງ ​ໄດ້​ເປັນ​ປະທານ​ພິທີ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ Dato Seri Hishammuddin Tun Husein  ​ແລະ ​ຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 24-25/2.

  ພາຍຫຼັງ​ພິທີ​ຕ້ອນຮັບ, ຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ ​ໂດຍ​ທ່ານ Dato Seri Hishammuddin Tun Husein ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂດຍ​ທ່ານ ພົນ​​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ເຈລະຈາ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຕີ​ລາ​ຄາ​ສູງ​ການ​ຢ້ຽມຢາມ​ຂອງຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ, ​ເນັ້ນ​ໜັກ​ວ່າ ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ ມາ​ເລ​ເຊຍ ສືບຕໍ່ປະກອບສ່ວນ​ເພີ່ມ​ທະວີ, ປັບປຸງການ​ພົວພັນ​ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ,​​ ຄວາມໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ປະຊາຊົນ ​ແລະ ກອງທັບ 2 ປະ​ເທດ. 2 ຝ່າຍ​ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ປ້ອງ​ກັນຊາດ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ​ບົນ​ພື້ນຖານ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ ​ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ປີ 2008. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ ຫວຽດນາມ-​ມາ​ເລ​ເຊຍ ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ: ການ​ແລກປ່ຽນຄະນະ​ຜູ​້​ແທນ,​ ການ​ກູ້​ໄພ​ກູ້​ຊີບ, ກອງທັບ​ເຮືອ ​ແລະ ການ​ຮ່ວມ​ມື​ບຳລຸງ​ສ້າງ.

ຂ່າວ/ບົດ​ອື່ນ