ຍູ້ໄວຄວາມຄືບໜ້ານຳເຂົ້າວັກຊິນກັນໂຄວິດ-19 ມາສັກໃຊ້ເດັກໃນເກນອາຍຸແຕ່ 5 ຫາ 11 ປີ

(VOVWORLD) -ກະຊວງສາທາລະນະສຸກ ໄດ້ສະເໜີຊື້ວັກຊິນກັນໂຄວິດ-19 ໃຫ້ເດັກນ້ອຍຈຳນວນ 21,9 ລ້ານໂດສ.
ຍູ້ໄວຄວາມຄືບໜ້ານຳເຂົ້າວັກຊິນກັນໂຄວິດ-19 ມາສັກໃຊ້ເດັກໃນເກນອາຍຸແຕ່ 5 ຫາ 11 ປີ - ảnh 1ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດ້ຊວັນຕວຽນ
(ພາບ: Vietnam+)

ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ມີນາ ປີ 2022 ເຊິ່ງດຳເນີນໃນຕອນຄ່ຳວັນທີ 04 ເມສາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດ້ຊວັນຕວຽນ ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກ ໄດ້ສະເໜີຊື້ວັກຊິນກັນໂຄວິດ-19 ໃຫ້ເດັກນ້ອຍຈຳນວນ 21,9 ລ້ານໂດສ. ຄາດວ່າ, ງວດວັກຊິນ Moderna ທຳອິດອາດຈະໄດ້ສົ່ງມາ ຫວຽດນາມ ໃນວັນທີ 10 ພຶດສະພາ. ນອກນັ້ນ, ມີບາງອົງການຈັດຕັ້ງ, ບາງປະເທດຄື: ສະຖານທູດອົດສະຕາລີ, ໂຮນລັງ… ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນເພື່ອສັກໃຫ້ແກ່ເດັກ.

        ກ່ຽວກັບວັກຊິນກັນໂຄວິດ-19 ທີ່ຄົ້ນຄວ້າຢູ່ພາຍໃນປະເທດ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດ້ຊວັນຕວຽນ ໃຫ້ຮູ້ວ່າ:

        “ວັກຊິນກັນໂຄວິດ-19 ທັງ 3 ປະເພດຂອງ ຫວຽດນາມ ລ້ວນແຕ່ພວມຢູ່ໃນໄລຍະທົດລອງ. ບັນດາຫົວໜ່ວຍຄົ້ນຄວ້າວັກຊິນຕ້ອງສຳເລັດສຳເນົາເອກະສານຕາມຄວາມຮຽກຮ້ອງຂອງສະພາຄຸນສົມບັດ ແລະ ສະພາໃຫ້ຄຳປຶກສາອະນຸຍາດ… ບົນພື້ນຖານຕີລາຄາຂອງ 2 ສະພາດັ່ງກ່າວ, ຖ້າມີເງື່ອນໄຂຢ່າງພຽງພໍ ກະຊວງສາທາລະນະສຸກ ຈະສະໜອງໃບອະນຸຍາດ. ພວກເຮົາບໍ່ສະໜອງໃບອາຍຸຍາດໃຫ້ແກ່ວັກຊິນ ເມື່ອບໍ່ທັນມີການຄົ້ນຄວ້າ ແລະ ຕີລາຄາຢ່າງຄົບຖ້ວນ.”

ຕອບກັບ

ຂ່າວ/ບົດ​ອື່ນ