ດິນເຊາະເຈື່ອນຢູ່ອາບການິສະຖານເຮັດໃຫ້50ກວ່າຄົນເສຍຊີວິດ

ດິນເຊາະເຈື່ອນຢູ່ອາບການິສະຖານເຮັດໃຫ້50ກວ່າຄົນເສຍຊີວິດ - ảnh 1
ເຫດ​ດິນ​ເຊາະ​ເຈື່ອນ​ຢູ່ ອາບ​ກາ​ນິດ​ສະ​ຖານ ເມື່ອ​ເດືອນ 5/2014
(ພາບ​ຈາກ Reuters)

(vovworld) - ​ເຫດດິນ​ເຊາະ​ເຈື່ອນ​ຢ່າງ​ຮ້າຍ​ແຮງ​ທີ່​ຫາ​ກໍ່​ເກີດ​ຂຶ້ນ ໃນ​ຕອນ​ເຊົ້າ​ວັນ​ທີ 28/4, ​ຢູ່​​ແຂວງ Badakhshan, ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອອາບ​ກາ​ນິສະຖານ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 52 ຄົນ. ​ ອຳນາດ​ການ​ປົກຄອງ​ແຂວງ Badakhshan ​ໃຫ້​ຮູ້​ວ່າ, ວຽກ​ງານ​ກູ້​ໄພ​ກູ້​ຊີບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ ຍ້ອນ​ຖືກ​ຫິມະ​ປົກ​ຄຸມ, ດັ່ງ​ນັ້ນ​ພຽງ​ແຕ່ຜັນ​ຂະຫຍາຍ​ວຽກ​ງານ​ກູ້​ໄພ​ກູ້​ຊີບດ້ວຍ​ເຮືອບິນ​ເອລີກ​ອບ​ແຕ​ເທົ່າ​ນັ້ນ. Badakhshan ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຂວງ​ທຸກ​ຍາກ​ກວ່າ​ໝູ່​ຢູ່​ອາບ​ກາ​ນິສະຖານ, ​ເຂດ​ດັ່ງກ່າວ​ເຄີຍ​ເກີດ​ເຫດ​ດິນ​ເຊ​າະ​ເຈື່ອນ​​ໃນ​ລະດູບານ​ໃໝ່​ດ ​ເມື່ອ​ຫິມະ​ເລີ່​ມທະລາ​ຍ​ໄປ.


ຂ່າວ/ບົດ​ອື່ນ