ທິມນັກກິລາຫວຽດນາມນຳໜ້າຍາດເອົາແຊັມປະເພດກິລາເຕະດອກຂົນໄກ່ໂລກຄັ້ງທີ 10

(VOVWORLD) -ໃນມື້ແຂ່ງຂັນສຸດທ້າຍ, ບັນດານັກກິລາຂອງຫວຽດນາມ ຍາດໄດ້ຫຼຽນຄຳ 2 ຫຼຽນໃນການແຂ່ງຂັນທິມຊາຍ ແລະ ທິມຍິງຕື່ມອີກ.

ທິມນັກກິລາຫວຽດນາມນຳໜ້າຍາດເອົາແຊັມປະເພດກິລາເຕະດອກຂົນໄກ່ໂລກຄັ້ງທີ 10 - ảnh 1ນັກກິລາຂອງຫວຽດນາມ

(ພາບ: TTXVN)

ງານແຂ່ງຂັນຊິງຊະນະເລີດກິລາປະເພດເຕະດອກຂົນໄກ່ໂລກຄັ້ງທີ 10 ທີ່ຈັດຂຶ້ນຢູ່ຝລັ່ງ ໄດ້ອັດລົງໃນວັນທີ 24 ສິງຫາ. ໃນມື້ແຂ່ງຂັນສຸດທ້າຍ, ບັນດານັກກິລາຂອງຫວຽດນາມ ຍາດໄດ້ຫຼຽນຄຳ 2 ຫຼຽນໃນການແຂ່ງຂັນທິມຊາຍ ແລະ ທິມຍິງຕື່ມອີກ.

        ສະນັ້ນ, ສິ້ນສຸດການແຂ່ງຂັນເປັນເວລາ 4 ວັນ ດ້ວຍ 7 ເນື້ອໃນການແຂ່ງຂັນນັ້ນ, ຄະນະນັກກິລາຫວຽດນາມ ຍາດໄດ້ຫຼຽນຄຳ 5 ຫຼຽນໃນບັນດາການແຂ່ງຂັນປະເພດຊາຍດ່ຽວ, ປະເພດຍິງດ່ຽວ, ຄູ່ຍິງຊາຍ, ທິມຊາຍ ແລະ ທິມຍິງ, ຫຼຽນເງິນ 2 ຫຼຽນ ໃນການແຂ່ງຂັນປະເພດຄູ່ຊາຍ ແລະ ຄູ່ຍິງ, ຜ່ານນັ້ນຈຶ່ງຮັກສາການຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບທົ່ວຄະນະ. ຢືນອັນດັບທີ 2 ແມ່ນຄະນະນັກກິລາຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ