ທ້ອງຖິ່ນຕ່າງໆຈັດຕັ້ງກອງປະຊຸມປຶກສາຄັ້ງທີ3

ທ້ອງຖິ່ນຕ່າງໆຈັດຕັ້ງກອງປະຊຸມປຶກສາຄັ້ງທີ3 - ảnh 1
ຄະນະປະທານກອງປະຊຸມຢູ່ແຂວງ ຟູ໋ອຽນ
(ພາບ: TTXVN)

(vovworld) –  ວັນ​ທີ 14/4, ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ປຶກສາ​​ຄັ້ງ​ທີ 3 ​ເພື່ອ​ສ້າງ​ບັນຊີ​ລາຍ​ຊື່​ບັນດາ​ຜູ້​ມີ​ມາດຕະຖານຢ່າງ​ພຽງພໍ​ເພື່ອ​ອອກສະໝັກ​ເລືອກ​ຕັ້ງ​​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ອາຍຸ​ການ 2016 – 2021 ຢ່າງ​ເປັນ​ທາງ​ການ.

        ຢູ່​ແຂວງ ຟູ໋ອຽນ, ບັນຊີ​ລາຍ​ຊື່​ບັນດາ​ຜູ້​ມີ​ມາດຖານຢ່າງ​ພຽງພໍ​ເພື່ອ​ອອກສະໝັກ​ເລືອກ​ຕັ້ງ​ເປັນ ສສຊ ລວມມີ 8 ທ່ານ​ທີ່​ພວມ​ປະຕິບັດ​ງານ ​ແລະ ​ທີ່ຢູ່​ອາ​ໄສ​ໃນ​ທ້ອງ​ຖິ່ນ. ​ໃນ​ນັ້ນ​ ​ແມ່ຍິງມີ 3 ທ່ານ, ຜູ້ອາຍຸໜຸ່ມນ້ອຍ 3 ທ່ານ ​ແລະ ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ​ໜຶ່ງ​ທ່ານ. ສ່ວນ​ບັນຊີ​ລາຍ​ຊື່​ຜູ້​​ສະໝັກ​ເລືອກ​ຕັ້ງ​ເປັນສະມາຊິກ​ສະພາ​ປະຊາຊົນ​ອາຍຸ​ການ 2016 – 2021 ລວມມີ 84 ທ່ານ.

        ຢູ່​ແຂວງ ກາ​ເມົາ, ມີ​ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ ສສຊ ຊຸດ​ທີ 14 ມີ 17 ທ່ານ, ​ໃນ​ນັ້ນ​​ແມ່​ຍິງມີ 9 ທ່ານ, ຜູ້​ບໍ່​ແມ່ນ​ສະມາຊິກ​ພັກມີ 4 ທ່ານ, ຊາວຊົນ​ເຜົ່າສ່ວນ​ໜ້ອຍມີ 5 ທ່ານ ​ແລະ ຜູ້​ທີ່ມີ​ອາຍຸ​ຕຳ່​ກ່ວາ 40 ປີມີ 10 ທ່ານ. ສ່ວນ​ບັນຊີ​ລາຍ​ຊື່ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນສະມາຊິກ​ສະພາ​ປະຊາຊົນ​ອາຍຸ​ການ 2016 – 2021 ມີ 117 ທ່ານ.

        ທີ່​ກອງ​ປະຊຸມປຶກສາ​ຄັ້ງ​ທີ 3, ຄະນະ​ກຳມະການ​​ແນວ​ໂຮ​ມປະ​ເທດ​ຊາດ ຫວຽດນາມ ​ແຂວງ ຫວີງ​ຟຸກ ​ໄດ້​ປຶກສາ​ຫາລື, ລົງມະຕິ​ເຫັນ​ດີ​ເປັນ​ເອກະ​ພາບ​ບັນຊີ​ລາຍ​ຊື່​ຜູ້​​ສະໝັກ​ເລືອກ​ຕັ້ງ​ເປັນ ສສຊ ຊຸດ​ທີ 14 ​ໂດຍ​ບັນດາ​ອົງການ, ຫົວໜ່ວຍ​ຢູ່​ທ້ອງ​ຖິ່ນ​ສະ​ເໜີຢ່າງ​ເປັນ​ທາງ​ການລວມມີ 8 ທ່ານ. ​ໃນ​ນັ້ນ​ແມ່​ຍິງ​ກວມ 62,5%, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ກວມ 25%, ​ຜູ້​ມີ​ອາຍຸໜຸ່ມນ້ອຍກວມ 37,5%. ບັນຊີ​ລາຍ​ຊື່ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນສະມາຊິກ​ສະພາ​ປະຊາຊົນ​ອາຍຸ​ການ 2016 – 2021 ມີ 84 ທ່ານ, ​ໃນ​ນັ້ນ​ແມ່​ຍິງກວມ 40,5%, ຊາວ​ຊົນ​ເຜົ່າສ່ວນ​ໜ້ອຍກວມ 3,6%, ຜູ້​ມີ​ອາຍຸໜຸ່ມນ້ອຍ 27,4% ​ແລະ ຜູ້ທີ່​ບໍ່​​ເປັນ​ສະມາຊິກ​ພັກກວມ 15,5%.

        ສ່ວນ​ຢູ່​ແຂວງ ​ໄຕ​ນີງ ​ໄດ້​ເຫັນ​ດີ​ເປັນ​ເອກະສັນຕໍ່​ບັນຊີ​ລາຍ​ຊື່​ ຜູ້ມີ​ມາດ​ຖານ​ຢ່າງ​ພຽງພໍ​ທີ່​ໄດ້​ສະ​ເໜີ​ສະໝັກ​ເລືອກ​ຕັ້ງ​​ເປັນ ສສຊ ຊຸດ​ທີ 14 ມີ 8 ທ່ານ. ນອກ​ນັ້ນ, ຍັງ​ມີ​ສະມາຊິກ​ຂອງ​ສູນ​ກາງ​ໄດ້​ຮັບ​ສະ​ເໜີ​ເປັນສສຊ ຊຸດທີ 14, ຫົວໜ່ວຍ ​ໄຕ​ນີງມີ 2 ທ່ານ. ທ່ົວ​ແຂວງ​ມີ 87 ທ່ານທີ່​ມີ​ມາດຖານ​ຢ່າງ​ພຽງພໍ​ຖືກ​ສະ​ເໜີ​ສະໝັກ​ເລືອກ​ຕັ້ງ​ເປັນສະມາຊິກ​ສະພາ​ປະຊາຊົນ​​ແຂວງ ​​ໄຕ​ນີງ ອາຍຸ​ການ 2016 – 2021 ຢ່າງ​​ເປັນ​ທາງ​ການ.

        ຢູ່​ແຂວງ ລາຍ​ເຈົາ, ກອງ​ປະຊຸມປຶ​ກສາ​ຄັ້ງ​ທີ 3 ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ ຕໍ່​ບັນຊີ​ລາຍ​ຊື່ຜູ້ສະໝັກ​ຮັບ​​ເລືອກ​ຕັ້ງ​ທີ່​ມີ​ມາດຕະ​ຖານ​ຢ່າງ​ພຽງພໍ​ເພື່ອ​ເລືອກ​ຕັ້ງ​​ເປັນ ສສຊ ຊຸດ​ທີ 14 ມີ 8 ທ່ານ. ຜູ້ອອກ​ສະໝັກ​ເລືອກ​ຕັ້ງ​ທີ່​ມີ​ມາດຕະຖານ​ຢ່າງ​ພຽງພໍ​ເພື່ອ​ເລືອກ​ຕັ້ງສະມາຊິກ​ສະພາ​ປະຊາຊົນ​​ແຂວງລາຍ​ເຈົາອາຍຸ​ການ 2016 – 2021 ລວມມີ 84 ທ່ານ.


ຂ່າວ/ບົດ​ອື່ນ