ທະຫານກອງພົນໃຫຍ່ 34 ຍູ້ໄວຄວາມຄືບໜ້າກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນ ຢາລາຍ ພາຍຫຼັງພາຍຸ, ນ້ຳຖ້ວມ
(VOVWORLD) - ນັບແຕ່ວັນທີ 01 ທັນວາ, ກອງພົນໃຫຍ່ 34 (ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ຜັນຂະຫຍາຍການກໍ່ສ້າງເຮືອນຢູ່ 100 ຫຼັງພ້ອມກັນໃນ “ບັ້ນ ກວາງຈຸງ”
(ກອງພົນໃຫຍ່ 34 ໄດ້ຜັນຂະຫຍາຍການກໍ່ສ້າງເຮືອນຢູ່ 100 ຫຼັງໃນ “ບັ້ນ ກວາງຈຸງ”, ເພື່ອມອບໃຫ້ບັນດາຄອບຄົວທີ່ເຮືອນຢູ່ໄດ້ຖືກຜົນເສຍຫາຍ) |
ດ້ວຍເປົ້າໝາຍໃຫ້ປະຊາຊົນກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິກ່ອນບຸນເຕັດປະຈຳຊາດ, ນັບແຕ່ວັນທີ 01 ທັນວາ, ກອງພົນໃຫຍ່ 34 (ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ຜັນຂະຫຍາຍການກໍ່ສ້າງເຮືອນຢູ່ 100 ຫຼັງພ້ອມກັນໃນ “ບັ້ນ ກວາງຈຸງ”, ເພື່ອມອບໃຫ້ບັນດາຄອບຄົວທີ່ເຮືອນຢູ່ໄດ້ຖືກຜົນເສຍຫາຍໃນເຫດເກີດເຫດພາຍຸ, ນ້ຳຖ້ວມຄັ້ງປະຫວັດສາດຢູ່ ຢາລາຍ ແລະ ດັກລັກ. ໃນນັ້ນ, ແຂວງ ຢາລາຍ ມີ 70 ຫຼັງ, ແຂວງ ດັກລັກ 30 ຫຼັງ.
ທ່ານພັນເອກພິເສດ ຟ້າມຮົ່ງເຊີນ, ຮອງກຳມະການການເມືອງ ໂຮງຮຽນການທະຫານ ກອງພົນໃຫຍ່ 34, ໃຫ້ຮູ້ວ່າ:
“ທ້ອງຖິ່ນ ແລະ ຄອບຄົວຈະຮັບຜິດຊອບການອອກແບບ, ສ່ວນກົມກອງຈະໜູນຊ່ວຍຜູ້ກໍ່ສ້າງ ແລະ ກຳລັງຂົນສົ່ງວັດສະດຸກໍ່ສ້າງ. ພວກຂ້າພະເຈົ້າຈັດການຮັບປະກັນພະລາທິການ, ຮັບປະກັນໃຫ້ອ້າຍນ້ອງມີສຸຂະພາບແຂງແຮງເພື່ອປະຕິບັດວຽກງານຂອງຕົນໃຫ້ເປັນຢ່າງດີ”.