ທະ​ຫ​ານ​ລາດ​ປ້ອງ​ກັນ​ຕົນ​ເອງ​ຍາມ​ໃດ​ກໍ່​ແມ່ນ​ກຳ​ລັງ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳ​ຄັນ

(VOVWORLD) - ທ່ານປະທານປະເທດ ໄດ້ຕັກເຕືອນຕ້ອງຖືເປັນສຳຄັນການສ້າງກຳລັງທະຫານລາດປ້ອງກັນຕົນເອງໃຫ້ມີຈຳນວນທີ່ເໝາະສົມ, ໂຄງປະກອບທີ່ສົມເຫດສົມຜົນ, ມີຄຸນນະພາບສັງລວມທີ່ນັບມື້ນັບສູງຂຶ້ນ, ກ່ອນອື່ນແມ່ນຄຸນນະພາບດ້ານການເມືອງ.
ທະ​ຫ​ານ​ລາດ​ປ້ອງ​ກັນ​ຕົນ​ເອງ​ຍາມ​ໃດ​ກໍ່​ແມ່ນ​ກຳ​ລັງ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳ​ຄັນ - ảnh 1ທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ກ່າວຄຳເຫັນທີ່ພິທີ

ນີ້ແມ່ນການຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງໃນພິທີສະເຫຼີມສະຫຼອງ 90 ປີແຫ່ງວັນມູນເຊື້ອ ທະຫານລາດປ້ອງກັນຕົນເອງ ຫວຽດນາມ  (28/3/1935 - 28/3/2025) ແລະ ຕ້ອນຮັບຫຼຽນກາໂຮ່ຈີມິນ ໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 26 ມີນາຢູ່ຮ່າໂນ້ຍ. ທ່ານປະທານປະເທດ ໄດ້ຕັກເຕືອນຕ້ອງຖືເປັນສຳຄັນການສ້າງກຳລັງທະຫານລາດປ້ອງກັນຕົນເອງໃຫ້ມີຈຳນວນທີ່ເໝາະສົມ, ໂຄງປະກອບທີ່ສົມເຫດສົມຜົນ, ມີຄຸນນະພາບສັງລວມທີ່ນັບມື້ນັບສູງຂຶ້ນ, ກ່ອນອື່ນແມ່ນຄຸນນະພາບດ້ານການເມືອງ. ທ່ານປະທານປະເທດ ຮຽກຮ້ອງຕ້ອງເພີ່ມທະວີການບຳລຸງສ້າງ, ຝືກອົບຮົມຍົກສູງຄຸນນະພາບໃຫ້ແກ່ຖັນແຖວພະນັກງານເຮັດວຽກງານປ້ອງກັນຊາດ, ທ້ອງຖິ່ນ, ທະຫານລາດປ້ອງກັນຕົນເອງທຸກຂັ້ນ. ຈັດຕັ້ງການຝືກແອບໃຫ້ແກ່ບັນດາເປົ້າໝາຍ, ພສກວງາຍທະຫານລາດປ້ອງກັນຕົນເອງ ດ້ວຍຄວາມຮຽກຮ້ອງຕ້ອງການທາງດ້ານໜ້າທີ່, ຈັດຕັ້ງການຮັບບັນຈຸກຳລັງ, ປະກອບວັດຖຸອຸປະກອນ, ການເຄື່ອນໄຫວກຽມພ້ອມສູ້ຮົບ, ປົກປ້ອງພົນລະເຮືອນຂອງແຕ່ລະກຳລັງ, ເໝາະສົມກັບເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ