ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມລາຍການສະແດງສິລະປະ ຂົວເຊື່ອມຕໍ່ມິດຕະພາບ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ ຕອນຄໍ່າວັນທີ 10 ກໍລະກົດ, ຢູ່ໂຮງລະຄອນຊົນເຜົ່າ, ນະຄອນຫຼວງ ປັກກິ່ງ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງລາຍການສະແດງສິລະປະ ດ້ວຍຫົວຂໍ້ “ຂົວເຊື່ອມຕໍ່ມິດຕະພາບ”. 
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມລາຍການສະແດງສິລະປະ ຂົວເຊື່ອມຕໍ່ມິດຕະພາບ - ảnh 1ທ່ານນາງປະທານສະແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຢ້ຽມຊົມງານວາງສະແດງວັດທະນະທໍາຫວຽດນາມ  

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ລີຈານຊູ ກໍາມະການຜູ້ປະຈໍາການກົມການເມືອງ ພັກກອມມູນິດ ຈີນ, ກໍາມະການຫົວໜ້າຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ເຂົ້າຮ່ວມລາຍການ.

        ກ່າວຄໍາເຫັນໄຂລາຍການສະແດງສິລະປະ, ທ່ານລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນງອັກທ້ຽນ ເນັ້ນໜັກວ່າ:

        “ລາຍການສະແດງສິລະປະໄດ້ນໍາມາໃຫ້ຜູ້ຊົມ ຮູ້ສຶກໄດ້ເຖິງພາບພົດຂອງປະເທດຊາດຫວຽດນາມ ທີ່ສວຍສົດງົດງາມ, ເປັນມິດສະໜິດສະໜົມ, ປະຊາຊົນມີຄວາມຮັກແພງແຂກຄົນ ດ້ວຍມູນເຊື້ອວັດທະນະທໍາທີ່ມີມາແຕ່ດົນນານ. ພ້ອມທັງຮູ້ສຶກໄດ້ເຖິງຈຸດຄ້າຍຄືກັນລະຫວ່່າງ ວັດທະນະທໍາ ຫວຽດນາມ - ຈີນ ແລະ ບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທໍາຫວຽດນາມ”.

        ໃນລາຍການ, ຜູ້ຊົມຍັງໄດ້ຮັບຟັງບັນດາສຽງຂັບລໍາ, ວາດຟ້ອນທີ່ອ່ອນຊ້ອຍຜ່ານບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ຍ້ອງຍໍສັນລະເສີນຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດຫວຽດນາມ ແລະ ບັນດາບົດເພງທີ່ໂດ່ງດັງຂອງຈີນ ອີກດ້ວຍ. ເມື່ອເຂົ້າຮ່ວມວັນວັດທະນະທໍາຫວຽດນາມ ຢູ່ຈີນ ຄັ້ງນີ້, ນັກປະພັນ, ນັກກະວີ ເຈົາເຊືອເຊືອ ແບ່ງປັນຄວາມໃນໃຈສູ່ຟັງວ່າ:

        “ຂ້າພະເຈົ້າຮູ້ສຶກປະຫຼາດໃຈ ເມື່ອໄດ້ຮັບຊົມວັນວັດທະນະທໍາຫວຽດນາມ ຖືກຈັດຂຶ້ນຢູ່ ປັກກິ່ງ. ໄປຫວຽດນາມເມື່ອຕົ້ນປີນັ້ນ ແນວຄິດຂອງຂ້າພະເຈົ້າ ກ່ຽວກັບ ຫວຽດນາມ ໄດ້ມີການປ່ຽນແປງ. ຂ້າພະເຈົ້າຮັກຫວຽດນາມ. ວັດທະນະທໍາຂອງຫວຽດນາມ ໄດ້ສະແດງໃຫ້ເຫັນ ກໍາລັງແຮງທາງດ້ານຈິດໃຈຂອງຫວຽດນາມ. ຫວຽດນາມ ແມ່ນປະເທດທີ່ມີຄວາມຈັບອົກຈັບໃຈຫຼາຍສໍາລັບຂ້າພະເຈົ້າ”.

        ກ່ອນທີ່ດໍາເນີນພິທີໄຂລາຍການສະແດງສິລະປະ, ທ່ານນາງປະທານສະແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ລີຈານຊູ ກໍາມະການຫົວໜ້າຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ກໍໄດ້ໄປຢ້ຽມຊົມງານວາງສະແດງວັດທະນະທໍາຫວຽດນາມ ໂດຍໄດ້ວາງສະແດງຮູບພາບສິລະປະກ່ຽວກັບພາບພົດປະເທດຊາດ, ປະຊາຊົນ ແລະ ຜົນງານພັດທະນາເສດຖະກິດສັງຄົມ ຂອງຫວຽດນາມ ແລະ ຈີນ. 

ຕອບກັບ

ຂ່າວ/ບົດ​ອື່ນ