ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ

ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ - ảnh 1
ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ
ຕ້ອນຮັບທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ
(ພາບ: TTXVN)

(vovworld) –​ ​ ​ຕອນ​ບ່າຍ​ວັນ​ທີ 08/03, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ Tsutono Takebe, ​ທີ່ປຶກ​ສາ​ພິ​ເສດ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຍີ່​ປຸ່​ນ - ຫວຽດ​ນາມ ​ທີ່ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຮັບ​ຮູ້, ຕີ​ລາ​ຄາ​ສ​ູງ​ບົດ​ບາດ​ກໍຄື​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ Tsutono Takebe ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ ແລະ ການ​ສຶກ​ສາ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເນັ້ນ​ໜັກ​ວ່າ, ຍາມ​ໃດສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ກໍ​ຊົມ​ເຊີຍ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ພ້ອມ​ກັບ​​ຜູ້​ຊົງ​ຄຸນ​ວຸດ​ທິ 2 ປະ​ເທດ​ເປີດກ​ວ້າງ​ການ​ເຄື່ອນ​ໄຫວ​​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ເພື່ອ​ແນ​ໃສ່​ສ້າງ​ຄ​ວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ໃຈ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ເພື່ອ​ສັນ​ຕິ​ພາບ ແລະ ​ຄວາມວັດ​ທະ​ນາ​ຖາ​ວອນ​ຢູ​່​ອາ​ຊີ ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ. ສ່ວນ​ທ່ານ Tsutono Takebe ​ກໍ່ແຈ້ງ​ໃຫ້​ຊາບ​ຈ​ຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ, ໃນ​ນັ້ນ​ມີ​ຄວາມ​ຄື​ບ​ໜ້າ​ໃນການ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ Tsutono Takebe ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ໂຄງ​ການ​ພິ​ເສດ​ໂດຍ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ສະ​ເໜີ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​​ຫວັງ ກ​ໍ​ຄື​ຄວາມປາດ​ຖະ​ໜາ​ທີ່ໄດ້​​ພົ​ບ​ປະແລກ​ປ່ຽນ, ເພີ່ມ​ທະ​ວ​ີ​ຄວາມ​ເຂົ້າ​​ອົກ​ເຂົ້​າໃຈ​ຂອງ​ລຸ່ນ​ໜຸ່ມ 2 ປະ​ເທດ.

ຂ່າວ/ບົດ​ອື່ນ