ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Sue Lines ປະ​ທານ​ສະ​ພາ​ສູງ​ອົດ​ສະ​ຕາ​ລີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຂອບອົກຂອບໃຈທ່ານນາງ  Sue Lines ປະທານສະພາສູງ, ການນຳ, ລັດຖະບານ ແລະ ປະຊາຊົນ ອົດສະຕາລີທີ່ໄດ້ສະແດງຄວາມເສົ້າສະຫຼົດໃຈໄປຍັງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Sue Lines ປະ​ທານ​ສະ​ພາ​ສູງ​ອົດ​ສະ​ຕາ​ລີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ຕອນບ່າຍວັນທີ 24 ກໍລະກົດ  ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ, ເນື່ອງໃນໂອກາດ ມາຫວຽດນາມ ເຂົ້າຮ່ວມພິທີງານສົບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຂອບອົກຂອບໃຈທ່ານນາງ  Sue Lines ປະທານສະພາສູງ, ການນຳ, ລັດຖະບານ ແລະ ປະຊາຊົນ ອົດສະຕາລີທີ່ໄດ້ສະແດງຄວາມເສົ້າສະຫຼົດໃຈໄປຍັງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ; ເນັ້ນໜັກວ່າເລື່ອງທ່ານນາງ Sue Lines ມາຫວຽດນາມ ເພື່ອເຂົ້າຮ່ວມພິທີງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີທີ່ພວມມີການພັດທະນາຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ