ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ຢຸງ ຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານທະນາຄານໂລກ (WB)

ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ຢຸງ ຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານທະນາຄານໂລກ (WB) - ảnh 1
(ພາບ:http://nguyentandung.org)

ຕອນ​ບ່າຍ​ວັນ​ທີ 2/12, ຢູ່​ສຳນັກງານ​ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ໋ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ຂອງ​ທະນາຄານ​ໂລກ (WB) ທ່ານ​ນາງ Sry Mulyani Indrawati ​ເຊິ່ງພວມ​ປະຕິບັດ​ງານ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ຢຸງ ​ເນັ້ນ​ໜັກ​ວ່າ ປີ 2012, ຫວຽດນາມ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​​ແກ່​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ​ຮັກສາ​ການ​ເຕີບ​ໂຕ​ໃຫ້​ຢູ່​ໃນ​ລະດັບ​ເໝາະ​ສົມ, ປະຕິບັດ​ຈຸດໝາຍ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ຕິດ​ພັນ​ກັບ​ຄວາມ​ກ້າວໜ້າ​ ​ແລະ ຄວາມຍຸຕິ​ທຳສັງຄົມ… ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ໋ຢຸງ  ກໍ່​ສະ​ແດງ​ຄວາມ​ປາຖະໜາ​ວ່າ, ທະນາຄານ​ໂລກ​ສືບ​ຕໍ່​ຮ່ວມ​ມື, ໜູນ​ຊ່ວຍ​ ຫວຽດນາມ​ ຢ່າງ​ຕັ້ງໜ້າ​ກວ່າ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ແບ່ງປັນ​ບົດຮຽນ, ​ເປັນ​ທີ່​ປຶກສາ​ນະ​ໂຍບາຍ, ໜູນ​ຊ່ວຍ​ແຫຼ່ງກຳລັງ ​ໂດຍ​ຜ່ານ​ບັນດາ​ໂຄງການປະຕິບັດຈຸດໝາຍ​ພັດທະນາ​ຄື ຈຸດໝາຍ​ເຕີບ​ໂຕ, ລົບລ້າງ​ຄວາມທຸກ​ຍາກ​ອຶດ​ຫີ​ວ, ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ສັງຄົມ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່.

 

ຂ່າວ/ບົດ​ອື່ນ