ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Rosatom (ລັດເຊຍ)

(VOVWORLD) -ຫວຽດນາມ ຖືເປັນສຳຄັນການຮ່ວມມືຮອບດ້ານກັບ ລັດເຊຍ; ສະເຫນີ ຝ່າຍ ລັດເຊຍ ແລະກຸ່ມບໍລິສັດ Rosatom ສືບຕໍ່ຫນູນຊ່ວຍ ຫວຽດນາມ ກ່ຽວກັບດ້ານເຕັກໂນໂລຊີ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Rosatom (ລັດເຊຍ) - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Rosatom (ລັດເຊຍ)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງບັນດາການນຳ BRICS ເປີດກວ້າງ, ຕອນເຊົ້າວັນທີ 24 ຕຸລາ ຕາມເວລາທ້ອງຖິ່ນ ຢູ່ ກາຢານ ສະຫະພັນລັດເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານ Alexey Likhachev, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດພະລັງງານປະລະມານູແຫ່ງຊາດ ລັດເຊຍ (Rosatom).

 ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນ: ຫວຽດນາມ ຖືເປັນສຳຄັນການຮ່ວມມືຮອບດ້ານກັບ ລັດເຊຍ; ສະເຫນີ ຝ່າຍ ລັດເຊຍ ແລະກຸ່ມບໍລິສັດ Rosatom ສືບຕໍ່ຫນູນຊ່ວຍ ຫວຽດນາມ ກ່ຽວກັບດ້ານເຕັກໂນໂລຊີ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ລວມທັງ ຜູ້ຊ່ຽວຊານ, ນັກວິສະວະກອນ ແລະ ກຳມະກອນ ໃນຂົງເຂດພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ.

ທ່ານ  Alexey Likhachev ຢືນຢັນ: ດ້ວຍພື້ນຖານອັນດີງາມ, ບົດຮຽນການຮ່ວມມືຍາວນານ, Rosatom ປາດຖະຫນາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດ ຊື່ງທ່ານນາຍົກລັດຖະມົນຕີ ໄດ້ເຕື້ອງເຖິງ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ຫນູນຊ່ວຍບຳລຸງສ້າງພະນັກງານຢ່າງມີແບບມີແຜນໃຫ້ແກ່ ຫວຽດນາມ, ຊຸກຍູ້ການຫັນຂົງເຂດນີ້ ຢູ່ ພາຍໃນປະເທດຢ່າງສຸດຂີດ.

ຕອບກັບ

ຂ່າວ/ບົດ​ອື່ນ