ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດຊູແອັດ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດຊູແອັດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​
​ຕ້ອນຮັບ​ທ່ານ​ Pereric Hogberg ​ເອກ​ອັກຄະ​ລັດຖະທູດ ຊູ​ແອັດ

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 03/11, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນຮັບ​ທ່ານ​ Pereric Hogberg ​ເອກ​ອັກຄະ​ລັດຖະທູດ ຊູ​ແອັດ ປະຈຳ ຫວຽດນາມ ​ເຂົ້າ​ຢ້ຽມ​ຂ່ຳນັບ​ເນື່ອງ​ໃນ​​ໂອກ​າ​ດຮັບ​ໜ້າ​ທີ່​ການ​ທູ​ດຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່ຈົດ​ຈຳ ​ແລະ ຂອບ​ອົກ​ຂອບ​​ໃຈ​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ເຊິ່ງລັດຖະບານ ​ແລະ ປະຊາຊົນ ຊູ​ແອັດ ​ສະຫງວນ​​ໃຫ້ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ. ມີກິດຈະກຳ​ຫລາຍ​ແຫ່ງ ​ໂດຍ ຊູ​​ແອັດ ໜູນ​ຊ່ວຍ​ກໍ່ສ້າງ​ໄດ້​ກາຍ​ເປັນສັນຍາ​ລັກ​ຂອງ​ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ: ​ໃນ​ອາຍຸ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຂອງ​ຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ Pereric Hogberg ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ ຫວຽດນາມ - ຊູ​ແອັດ. ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ຫວຽດນາມ ຈະ​ຕັ້ງໜ້າ​ຮ່ວມ​ມື​ກັບ​ເອກ​ອັກຄະ​ລັດຖະທູດ ​ເພື່ອ​ສຳ​ເລັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ ​ເປັນ​ຢ່າງ​ດີ.

        ສ່ວນ​ທ່ານ​ເອກອັກຄະ​ລັດຖະທູດ Pereric Hogberg ​ໃຫ້​ຮູ້​ວ່າ: ​ເມື່ອ​ໄດ້​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ຮັບ​ໜ້າ​ທີ່​ຮັບຜິດຊອບ​ຢ່າງ​ໜັກໜ່ວງ​ຈາກ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ລັດຖະມົນຕີ​ກະຊວງ​ການ​ຄ້າ (ຊູ​ແອັດ) ​ເພື່ອ​ຊຸກຍູ້​ການ​ພົວພັນ​ກັບ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ​.

 

ຂ່າວ/ບົດ​ອື່ນ