ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ45ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ

(VOVWORLD) -ຕອນເຊົ້າວັນທີ 21 ທັນວາ ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫລີມສະຫລອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 28 ປີແຫ່ງວັນທົ່ວປວງຊົນທຳການຕໍ່ຕ້ານ ແລະ 45 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ -ດ້ຽນບຽນຝູທາງອາກາດ” ຂອງເຫຼົ່າທັບປ້ອງກັນອາດກາ - ກອງທັບອາກາດ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ45ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ - ảnh 1 ທ່ານ ຫງວຽນຊວນຟຸກ ຢ້ຽມຢາມ ເຫຼົ່າທັບປ້ອງກັນອາດກາ - ກອງທັບອາກາດ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ໃນສົງຄາມຕໍ່ຕ້ານຕ້ານອາເມລິກາກູ້ຊາດ, ເຫລົ່າທັບປ້ອງກັນອາກາດ-ກອງທັບອາກາດ ແມ່ນກຳລັງຫລັກແຫລ່ງ ປະກອບສ່ວນຕີຊະນະສົງຄາມສອງຄັ້ງທຳລາຍພາກເຫນືອດ້ວຍກອງທັບອາກາດຂອງຈັກກະພັດ ອາເມລິກາ, ປະກອບສ່ວນສຳຄັນເຮັດໃຫ້ການຕໍ່ສູ້ຍາດເອົາໄຊຊະນະສຸດທ້າຍ, ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເຫນີ ກະຊວງປ້ອງກັນປະເທດ ແລະ ເຫຼົ່າທັບປ້ອງກັນອາກາດ ຄວນເອົາໃຈໃສ່ເປັນພິເສດການຊີ້ນຳນຳພາ, ການຈັດຕັ້ງກໍ່ສ້າງເພື່ອໃຫ້ກຳລັງປ້ອງກັນອາກາດ - ກອງທັບອາກາດ ເສີມຂະຫຍາຍບົດບາດທີ່ຕັ້ງຢ່າງສູງສຸດໃນການປະຕິບັດຫນ້າທີ່ກຽມພ້ອມສູ້ຮົບ ແລະ ຕໍ່ສູ້ປົກປັກຮັກສາປະເທດຊາດ.

        “ເພື່ອເຮັດໄດ້ສິ່ງນັ້ນ ຕ້ອງເອົາໃຈໃສ່ກໍ່ສ້າງກຳລັງໃຫ້ເຂັ້ມແຂງ ນັບທັງມະນຸດ ແລະ ອາວຸດ, ປະກອບສຳພາລະ, ໃນນັ້ນ ຖືເອົາເລື່ອງກໍ່ສ້າງມະນຸດເປັນໃຈກາງ- ແມ່ນປັດໄຈຕັດສິນໄຊຊະນະຫນ້າທີ່ປົກປັກຮັກສາປະເທດຊາດ. ຖືເອົາການກໍ່ສ້າງການເມືອງເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບ, ຮັບປະກັນໃຫ້ທົ່ວເຫລົ່າທັບແມ່ນກຸ່ມເອກະພາບກ່ຽວກັບເຈດຈຳນົງ ແລະ ການກະທຳ, ຈົ່ງຮັກພັກດີຕໍ່ປະເທດຊາດ, ກັບພັກ ແລະ ປະຊາຊົນ, ກັບລະບອບສັງຄົມນິຍົມ.”

ຕອບກັບ

ຂ່າວ/ບົດ​ອື່ນ