ທ່ານນາຍົກຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ແຂວງເລີມດົງ

ທ່ານນາຍົກຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ແຂວງເລີມດົງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກມອບ​ຂອງ​ຂວັນ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ
ຊົນ​ເຜົ່າ ຢູ່ ເລີມ​ດົງ
​ພາບ:nhandan.com

(vovworld)- ​ ​ ​ຕອນ​ບ່າຍ​ວັນ​ທີ 4/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ໄດ້​ລົງ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ເລີມ​ດົງ  ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ສັງ​ຄົມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ປະ​ເທດ​ຊາດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຊື່ອມໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ເພາະ​ສະ​ນັ້ນ ແຂວງ ເລີມ​ດົງ​ຄວນ​ມີ​ບັນ​ດາ​ມາດ​ຕະ​ການ​ເສີມ​ຂະ​ຫຍາຍ​ບັນ​ດາ​ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ. ແຂວງ ເລີມ​ດົງ ຄວນ​ສຸມ​ໃສ່​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ສູງ, ໃນ​ນັ້ນ ສຸມ​ໃສ່​ເຂົ້າ​ໃນ​ຜັກ​ພືດ, ດອກ​ໄມ້, ເຫດ, ຢາ​ສະ​ໝູນ​ໄພ​ຈຳ​ນວນ​ຫນຶ່ງ. ພ້ອມ​ທັງ​ສ້າງ​ຕັ້ງ​ສະ​ຫະ​ກອນ​ຫລາຍ​ແຫ່ງ, ຊາວ​ກະ​ສິ​ກອນ​ຮ່ວມ​ສຳ​ພັນ​ຢ່າງ​ແຮງ​ເຂົ້າ​ຮ່ວມ​ລະ​ບົບ​ການ​ຜະ​ລິດ. ກ່ອນ​ຫນ້ານັ້ນ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ໄດ້​ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ ແລະ ໂອ້​ລົມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່ ເມືອງ ດືກ​ຈ້ອງ ແຂວງ ເລີມ​ດົງ. ນະ​ທີ່ນີ້, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ພັກ, ລັດ ຍາມ​ໃດ​ກໍ​ເບິ່ງ​ແຍງ ແລະ ຈະ​ສືບ​ຕໍ່​ສ້າງ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ​ເພື່ອ​ຫນູນ​ຊ່ວຍ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍບືນ​ຕົວ​ຂຶ້ນ, ພັດ​ທະ​ນາ​ເສດ​ຖະ​ກິດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຢ່າງບໍ່​ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ