ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຄະນະຜູ້ແທນຍີ່ປຸ່ນ ເຂົ້າຮ່ວມເວທີປາໄສເສດຖະກິດຂັ້ນສູງຍີ່ປຸ່ນ

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບຄະນະຜູ້ແທນຍີ່ປຸ່ນ ເຂົ້າຮ່ວມເວທີປາໄສເສດຖະກິດຂັ້ນສູງຍີ່ປຸ່ນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ຕ້ອນຮັບ​ຄະນະ​ຜູ້​ແທນ​ຍີ່ປຸ່ນ - ຫວຽດນາມ
(ພາບ: vietnamplus.vn)


(vovworld) - ວັນ​ທີ 05 ກັນຍາ, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຍີ່ປຸ່ນ - ຫວຽດນາມ ​ໂດຍ​ທ່ານ Arata Takebe ​ເປັນ​ຫົວໜ້າ​ຄະນະ, ມາ​ເຂົ້າ​ຮ່ວມເວທີ​ປາ​ໄສ​​ເສດຖະກິດຂັ້ນ​ສູງ​ຫວຽດນາມ - ຍີ່ປຸ່ນ. ​​ເມື່ອແລກປ່ຽນ​ກັບ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນວ່າ ​ການ​ລົງທຶນ​ຂອງ​ຍີ່ປຸ່ນ ​ໄດ້ ​ແລະ ພວມ​ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານເສດຖະກິດ​ຂອງຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ໃຫ້​ຮູ້​ວ່າ, ຫວຽດນາມ ພວມ​ມານະ​ພະຍາຍາມ​ປະຕິ​ຮູບ ​ແລະ ສ້າງ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ວ່າ ເວທີ​ປາ​ໄສ​ຂັ້ນ​ສູງ​ຫວຽດນາມ - ຍີ່ປຸ່ນ ​ໄດ້​ລົງ​ເ​ລີກ​ໄຈ້​ແຍກ, ​ແລກປ່ຽນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ ບັນດາ​ຂໍ້​ສະ​ເໜີ​ຂອງ​ວິ​ສາ​ຫະກິດ​ຍີ່ປຸ່ນ ກ່ຽວ​ກັບ​ນະ​ໂຍບາຍ​ການ​ລົງທຶນຂອງ​ຫວຽດນາມ ຈະ​ໄດ້​ຮັບ​ການ​ພິຈາລະນາ​ເພື່ອ​ຮັບຮອງ, ປັບປຸງ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້​ອງການ​ໃນ​ສະພາບ​ການ​ໃໝ່.

        ຕາງໜ້າ​ໃຫ້​ຄະນະ​ຜູ້​ແທນ​ຍີ່ປຸ່ນ, ທ່ານ Takebe ຖື​ວ່າ, ຫວຽດນາມ ​ໄດ້​ມີ​ການ​ປ່ຽນ​ແປງ​ນັບ​ແຕ່​ການ​ສ້າງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິດຄືນ​ໃໝ່, ​ແຕ່​ຕ້ອງ​ປະຕິ​ຮູບ​ຢ່າງ​ແຮງກວ່າ ​ເພື່ອ​ປັບປຸງ​ສະພາບ​ດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະ​ເທດ. ບັນດາ​ວິ​ສາ​ຫະກິດ​ປາດ​ຖະໜາ​ວ່າ ບັນດາ​ຄຳ​ເຫັນ​ຂອງ​ວິ​ສາ​ຫະກິດ​ຍີ່ປຸ່ນ ຈະ​ຊ່ວຍ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການຂອງ​ຫວຽດນາມ ປັບປຸງ​ນະ​ໂຍບາຍ​ເພື່ອ​ດຶງ​ດູດ​ບັນດາ​ນັກລົງທຶນ.
ຂ່າວ/ບົດ​ອື່ນ