ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມອາເມລິກາ ຢ່າງເປັນທາງການ

ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມອາເມລິກາ ຢ່າງເປັນທາງການ - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອ​ງ​ເຕີນ​ຊາງ)

(vovworld) - ​​ວັນ​ທີ 23/07, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອ​ງ​ເຕີນ​ຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງລັດ​ຫວຽດນາມ ​ໄດ້​ເດີນທາງ​​ໄປຢ້ຽມຢາມ​ປະ​ເທດ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama. ຕາມ​ແຜນການ​ແລ້ວ, ຄາດ​ວ່າ ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24 – 26/07/2013, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຈະ​ມີ​ການ​ເຈ​ລະ​ຈາ, ພົບ​ປະ​ເຈລະຈາ​ກັບ​ການ​ນຳ​ລັດ, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ, ພົບ​ປ​ະກັບ​ວົງ​ການ​ການ​ເມືອງ, ວິ​ສາ​ຫະກິດ, ນັກຮຽນ​ຮູ້... ບັນດາ​ສະມາຊິກ​​ໃນ​ຄະນະ​ກໍ່​ຈະ​ມີ​ການ​ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ອົງການ​ຄູ່​ຮ່ວມ​ມື, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ອາ​ເມ​ລິ​ກາ.
ຂ່າວ/ບົດ​ອື່ນ