ທ່ານປະທານປະເທດ ເຈືອງເຕີນຊາງ ລົງເຮັດວຽກຢູ່ແຂວງກາວບັ່ງ

ທ່ານປະທານປະເທດ ເຈືອງເຕີນຊາງ ລົງເຮັດວຽກຢູ່ແຂວງກາວບັ່ງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຢ້ຽມຢາມ​ ​
ແລະ ​ເຮັດ​ວຽກ​ຢູ່​ແຂວງ​ກາວ​ບັ່ງ
(ພາບ: baocaobang.vn)


(vovworld) - ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ເຂດ​ພູດ​ອຍພາກ​ເໜືອ, ວັນ​ທີ 21 ສິງຫາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ກາວ​ບັ່ງ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ​ສັງຄ​ົມ, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຮັບປະກັນ​ຄວາມ​ສະຫງົບ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ໃນ​ບໍລິ​ເວັນ​ແຂວງ. ທ່ານ ຮ່າງ​ອກຈ໋ຽນ ​ເລຂາ​ພັກ​ແຂວງ​ກວາ​ບັ່ງ ​ໄດ້​ລາຍ​ງານ​ຕໍ່​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ເຈືອງ​ເຕີນ​ຊາງ ຊາບ​ວ່າ ກ່າວ​ບັ່ງ ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ຄວາມ​ສະຫງົບ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ການ​ພັດທະນາ​ເສດຖະກິດ​ສັງຄົມ, ຍົກສູງ​ຊີວິດ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ, ບັນດາ​ໝາກຜົນ​ທີ່​ແຂວງ​ກາວ​ບັ່ງ ບັນລຸ​ມາ​ໄດ້ ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ. ທ່ານ​ສະ​ເໜີ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົ​ມ, ທາງ​ແຂວງ​ຄວນ​ສຸມ​ໃສ່​ທ່າ​ແຮງ​ຂອງ​ແຂວງ​ຄື ກະສິກຳ, ປ່າ​ໄມ້ ​ແລະ ອຸດສາຫະກຳ​ປຸງ​ແຕ່ງ ​ເພື່ອ​ເຮັດ​ແນວ​ໃນ​ຫັນ​ຈາກ​ການ​ຜະລິດ​ຂະໜາດ​ນ້ອຍ ​​ໄປ​ສູ່​ການ​ຜະລິດ​ເປັນ​ສິນ​ຄ້າ, ປະກອບສ່ວນ​ແກ້​ໄຂ​ແຜນ​ພັດທະນາ​ເສດຖະກິດ ​ແລະ ບັນດາ​ບັນຫາ​ສັງຄົມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ວ່າ

        “​ໃຫ​້ບຸລິມະສິດ​ຕໍ່​ບັນຫາ​ການ​ຜະລິດ​ພັດທະນາ, ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸ​ກຍາກ. ​ໂຄງ​ລ່າງ​ເສດຖະກິ​ດສັງຄົມຕ້ອງ​ເຮັດ​ລວງ​ໜ້າ. ​ໃນ​ໂຄງ​ປະກອບ​ເສດຖະກິດ​ຂອງ​ກາວ​ບັ່ງ, ປ່າ​ແມ່ນ​ມີ​ບົດບາດ​ສຳຄັນ​ທີ່​ສຸດ. ນອກຈາກ​ເລື່ອງ​ປ່າ​ສາມາດ​ປ້ອງ​ກັນ​ສະ​ເພາະ, ກໍ່​ຍັງ​ປະກອບສ່ວນ​ຊຸກຍູ້​ການ​ຜະລິດ ​ແລະ ອຸດສາຫະກຳ​ປ່າ​ໄມ້​ເດີນ​ຕາມ​ຫຼັງ. ທີ່​ຕັ້ງບົດບາດ​ສຳຄັນ​ຂອງ​ປ່າ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ”.

ຂ່າວ/ບົດ​ອື່ນ