ທ່ານປະທານປະເທດ ໂຕເລິມ ຢ້ຽມຢາມສູນບຳລຸງທະຫານເສຍອົງຄະ ທ້ວນແທັງ

(VOVWORLD) - ທ່ານປະທານປະເທດ ໂຕເລິມ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ລຸ້ນພໍ່ລຸ້ນອ້າຍ, ນັກຮົບ, ພໍ່ແມ່ປະຊາຊົນ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີໃນທົ່ວປະເທດ
ທ່ານປະທານປະເທດ ໂຕເລິມ ຢ້ຽມຢາມສູນບຳລຸງທະຫານເສຍອົງຄະ ທ້ວນແທັງ - ảnh 1(ທ່ານປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການຢ້ຽມຢາມ)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2024), ຕອນບ່າຍວັນທີ 24 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ທະຫານເສຍອົງຄະຢູ່ສູນບຳລຸງທະຫານເສຍອົງຄະ ທ້ວນແທັງ, ຢູ່ຕາແສງ ນິງຊາ, ເມືອງ ທ້ວນແທັງ, ແຂວງ ບັກນິງ.

        ຢູ່ທີ່ນີິ້, ທ່ານປະທານປະເທດ ໂຕເລິມ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ລຸ້ນພໍ່ລຸ້ນອ້າຍ, ນັກຮົບ, ພໍ່ແມ່ປະຊາຊົນ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີໃນທົ່ວປະເທດທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອຊາດ. ທ່ານກໍ່ຍ້ອງຍໍບັນດາຜົນງານໃນວຽກງານເຊິ່ງສູນບຳລຸງທະຫານເສຍອົງຄະ ທ້ວນແທັງ ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ບັນລຸໄດ້ໃນໄລຍະຜ່ານມາ, ໃນການປິ່ນປົວ, ເບິ່ງແຍງສຸຂະພາບ, ຟື້ນຟູສະມັດຕະພາບ, ຮັກສາສຸຂະພາບທີ່ແຂງແຮງໃຫ້ແກ່ທະຫານເສຍອົງຄະ.

        ທ່ານປະທານປະເທດ ໂຕເລິມ ເນັ້ນໜັ້ກວ່າ, ປະຈຳບັນ, ຈຳນວນທະຫານເສຍອົງຄະເຂົ້າຮ່ວມການຕໍ່ສູ້ແມ່ນບໍ່ມີຫຼາຍ, ສ່ວນຫຼາຍມີອາຍຸສູງ, ສະນັ້ນ, ຕ້ອງມີຄວາມເອົາໃຈໃສ່ເປັນພິເສດກວ່າ, ໄວກວ່າ ເພື່ອໃຫ້ທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີໄດ້ຮັບລະບອບນະໂຍບາຍທຽບເທົ່າກັບການພັດທະນາທີ່ກ້າວຂຶ້ນຂອງປະເທດຊາດ ແລະ ຊີວິການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ