ທ່ານປະທານປະເທດຍື່ນສະເຫນີຕໍ່ສະພາແຫ່ງຊາດບົດສະເຫນີໃຫ້ສັດຕະຍາບັນສົນທິສັນຍາຂອງສປຊກ່ຽວກັບສິດທິມະນຸດ2ສະບັບ

ທ່ານປະທານປະເທດຍື່ນສະເຫນີຕໍ່ສະພາແຫ່ງຊາດບົດສະເຫນີໃຫ້ສັດຕະຍາບັນສົນທິສັນຍາຂອງສປຊກ່ຽວກັບສິດທິມະນຸດ2ສະບັບ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ​ເຈືອງ​ເຕີນ​ຊາງ
photo:TTXVN

(vovworld)-​ ເປ​ີດ​ສາກ​ວາ​ລະ​ປະ​ຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 23/10 ຂອງກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ​ເຈືອງ​ເຕີນ​ຊາງ ໄດ້​ລາຍ​ງານ​ບົດ​ສະ​ເຫນີກ່ຽວ​ກັບ​ການ​ຮັບ​ຮອງ​ເອົາ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ. ບົດ​ສະ​ເຫນີ​ຢືນ​ຢັນ​ວ່າ ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ມັດ​ຊາ​ໃຫຍ່

 ສ​ປ​ຊ ເມື່ອ​ວັນ​ທີ 13/12/2006 ແມ່ນ​ສົນ​ທິ​ສັນ​ຍາ​ສາ​ກົນ​ຮອບ​ດ້ານ​ທີ່​ສຸດ ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຖືກ​ຕ້ອງ​ກັບ​ກົດ​ໝາຍ​ຂອງ​ຄົນ​ພິ​ການ. ຫວຽດ​ນາມ ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ເມື່ອວັນ​ທີ 22/10/​2007. ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍານີ້​ແມ່ນ​ບາດ​ກ້າວ​ສຳ​ເລັດ​ລະ​ບ​ຽບ​ການ​ເພື່ອ​ໃຫ້​ຫວຽດ​ນາມ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ.

        “ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ໃນ​ຈຸດ​ເວ​ລາ​ປະ​ຈຸ​ບັນ​ຂອງ​ລັດ​ຫວຽດ​ນາມ ແມ່ນ​ສຳ​ຄັນ​ທີ່​ສຸດ, ເພື່ອ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຊາດ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ແລະ ແລກ​ປ່ຽນ​ກັບ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ​ຈະ​ແມ່ນ​ຄຳ​ໝັ້​ນ​ສັນ​ຍາ​ດ້ານ​ການ​ເມືອ​ງ​ຢ່າ​ແຮງ​ຂອງ​ຫວຽດ​ນາມ ໃນ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ພິ​ການ. ນີ້​ກໍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫລັກ​ຖານ​ດ້ານ​ກົດ​ໝາຍ​ເພື່ອ​ໃຫ້​ຫວຽດ​ນາມ ຢືນ​ຢັນ​ທັດ​ສະ​ນະ​ຂອງ​ຕົນ​ສຳ​ລັບ​ໂລກ​ໃນ​ຂົງ​ເຂດ​ຄົນ​ພິ​ການ​ເວົ້າ​ສະ​ເພາະ ແລະ ສິດ​ທິ​ມະ​ນຸ​ດ​ເວົ້າ​ລວມ, ມີ​ຄວາມ​ໝາຍ​ສຳ​ຄັນ​ເມື່ອ​ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ຂອງ ສ​ປ​ຊ ອາ​ຍຸ​ການ 2014-2016”

ກ່ຽວ​ກັບ​ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ການຕ້ານ​ທໍ​ລະ​ມານ ແລະ ບັນ​ດາ​ຮູບ​ການ​ປະ​ພຶດ​ຫລືລົງ​ໂທດ​ຢ່າງ​ໂຫດ​ຮ້າຍ​ສາ​ມານ, ໄຮ້​ມະ​ນຸດ​ສະ​ທຳ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ:

        “ຫວຽດ​ນາມ ຖະ​ແຫລງ ບໍ່​ນຳ​ໃຊ້​ໂດຍ​ກົງ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ທໍ​ລະ​ມານ ແລະ ບັນ​ດາ​ຮູບ​ການ​ປະ​ພຶດ​ຫລື​​ລົງ​ໂທດ​ຢ່າງ​ໂຫດ​ຮ້າຍ​ສານ​ມານ, ໄຮ້​ມະ​ນຸດ​ສະ​ທຳ. ເລື່ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ຈະ​ປະ​ຕິ​ບັດ​ຕາມ​ຫລັກ​ການ​ລັດ​ຖະ​ທຳ​ມະ​ນ​ູນ ແລະ ກົດ​ໝາຍ​ຂອງ​ຫວຽດ​ນາມ ບົນ​ພື້ນ​ຖານ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ສອງ​ຝ່າຍ​ຫລື​ຫລາຍ​ຝ່າຍ​ກັບ​ປະ​ເທດ​ອື່ນ.”

ຂ່າວ/ບົດ​ອື່ນ