ທ່ານປະທານປະເທດເຈືອງເຕິ໋ນຊາງໄປຈີນເຂົ້າຮ່ວມກອງປະຊຸມບັນດາການນຳ APEC

ທ່ານປະທານປະເທດເຈືອງເຕິ໋ນຊາງໄປຈີນເຂົ້າຮ່ວມກອງປະຊຸມບັນດາການນຳ APEC - ảnh 1

ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ
(ພາບອິນເຕີແນດ)

(vovworld) – ຕອນ​ທ່ຽງ​ວັນ​ທີ 9/11, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ໄດ້​ເດີນທາງ​ໄປ​ຍັງ​ປັກ​ກິ​ງ, ປະ​ເທດ​ຈີນ​ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ການ​ນຳ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC) ຄັ້ງ​ທີ 22 ຕາມ​ຄຳ​ເຊີນ​ຂອງ​ປະທານ​ປະ​ເທດ​ຈີນ ສື​ຈີນ​ຜິ​ງ. ກອງ​ປະຊຸມ APEC ຄັ້ງ​ນີ້​ດ້ວຍ​ຫົວ​ຂໍ້​ວ່າ “ກຳນົດ​ທິດ​ອະນາຄົດ​ຜ່ານ​ການ​ພົວພັນ​ຄູ່​ຮ່ວມ​ມື​ອາຊີ - ປາຊີ​ຝິກ“ ຈະ​ສຸມ​ໃສ່​ປຶກສາ​ຫາລື 3 ບັນຫາ​ໃຫຍ່​ຄື: ການ​ເຊື່ອມ​ຕໍ່, ສ້າງ​ເປັນ​ເຂດ​ການ​ຄ້າ​ເສລີ​ໃນ​ເຂດ​ອາຊີ - ປາຊີ​ຝິກ, ບັນດາ​ເນື້ອ​​ໃນ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ​ໃໝ່. ຄາດ​ວ່າ​ກອງ​ປະຊຸມ​ຈະ​ຮັບຮອງ​ເອົາ​ເອກະສານ 15 ສະບັບ, ​ເຊິ່ງລວມມີ 2 ຖະ​ແຫຼ​ງການ​ຂອງ​ບັນດາ​ການ​ນຳ​ຂັ້ນ​ສູງ APEC ​ແລະ ສະ​ເຫຼີ​ມສະຫຼອງ 25 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ APEC.

        ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມບັນດາ​ການ​ນຳ APEC ຄັ້ງ​ນີ້  ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ຍົກ​ສູງ​ລະດັບ​ການ​ພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ຕັ້ງໜ້າ​ເຂົ້າ​ຮ່ວມບັນດາ​ເນື້ອ​ໃນ​ສຳຄັນຂອງ​ກອງ​ປະຊຸມ. ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງຈະ​ມີ​ການ​ພົບ​ປະ​ກັບ​ ການ​ນຳບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC, ພົບ​ປະ ​ແລະ ​ແລກປ່ຽນ​ຄວາມ​ເຫັນ​ກັບ​ບັນດາ​ວິ​ສາ​ຫະກິດ​ຊັ້ນ​ນຳ​ຂອງ​ໂລກ.

       

 

ຂ່າວ/ບົດ​ອື່ນ