ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ເຮັດ​ວຽກ​ກັບ​ຄະ​ນະ​ຊີ້​ນຳ​ວຽກ​ງານ​ເລືອກ​ຕັ້ງ ຢູ່ ແຂວງ ອານ​ຢາງ

(VOVWORLD) -ຕອນເຊົ້າວັນທີ 18 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານສະພາເລືອກຕັ້ງແຫ່ງຊາດ, ເຮັດວຽກກັບຄະນະຊີ້ນຳວຽກງານເລືອກຕັ້ງ ແຂວງ ອານຢາງ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ເຮັດ​ວຽກ​ກັບ​ຄະ​ນະ​ຊີ້​ນຳ​ວຽກ​ງານ​ເລືອກ​ຕັ້ງ ຢູ່ ແຂວງ ອານ​ຢາງ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ການເຮັດວຽກ  (ພາບ: vov.vn)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕີລາຄາວ່າ ແຂວງ ອານຢາງ ໄດ້ປະຕິບັດໜ້າທີ່ສ້າງຕັ້ງຄະນະເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນຖືກຕ້ອງຕາມຂໍ້ກຳນົດ. ທ່ານນາງກໍສະເໜີ ຄະນະກຳມະການເລືອກຕັ້ງຂອງແຂວງ ຄວນເພີ່ມທະວີການກຳແໜ້ນຂໍ້ມູນ, ຍູ້ໄວການໂຄສະນາໃນໝູ່ປະຊາຊົນ. ວຽກງານສ້າງບັນຊີລາຍຊື່ຜູ້ອອກສະໝັກເລືອກຕັ້ງ ກໍຕ້ອງປະຕິບັດຢ່າງລະມັດລະວັງ ແລະ ພາວະວິໄສ. ທ່ານນາງ ກ່າວວ່າ:

        “ຕ້ອງປຶກສາຫາລືໃຫ້ຖືກຕ້ອງຕາມຂໍ້ກຳນົດ ເພື່ອບັນລຸໄດ້ບັນຊີລາຍຊື່ຜູ້ອອກສະໝັກເລືອກຕັ້ງ ຮັບປະກັນຕາມຄວາມຕ້ອງການ, ເໝາະສົມ, ກົມກ່ຽວ ແລະ ປະຊາທິປະໄຕ. ຜູ້ທີ່ມີຊື່ໃນບັນຊີລາຍຊື່ນັ້ນ ຕ້ອງມີມາດຖານຄຸນນະທາດຢ່າງຄົບຖ້ວນ, ເປັນຜູ້ແທນໂດຍປະຊາຊົນສະເໜີ ແຕ່ການເລືອກເຟັ້ນແມ່ນຂຶ້ນກັບຜູ້ມີສິດເລືອກຕັ້ງ. ບຸກຄົນດັ່ງກ່າວ ໄດ້ຮັບການກວດກາຢັ້ງຢືນກ່ຽວກັບທາງດ້ານການເມືອງ ແລະ ມີກຳລັງຄວາມສາມາດຢ່າງຄົບຖ້ວນເພື່ອເປັນຜູ້ຕາງໜ້າໃຫ້ແກ່ປະຊາຊົນ.”

        ກ່ອນໜ້ານັ້ນ, ວັນທີ 17 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນ ຢູ່ເຂດອະນຸສອນສະຖານ ປະທານ ໂຕນດຶກທັ໊ງ ຢູ່ນະຄອນ ລອງຊວຽນ, ແຂວງ ອານຢາງ.


ຕອບກັບ

ຂ່າວ/ບົດ​ອື່ນ