ທ່ານປະລິນຍາເອກ ຟານແທັງບິ່ງ ຮັບຫຼຽນໄຊກຽດຕິຄຸນ ອີຕາລີ

(VOVWORLD) -ຫຼຽນໄຊກຽດຕິຄຸນ ແມ່ນການຮັບຮູ້ຂອງລັດ ອີຕາລີ ຕໍ່ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງທ່ານ ຟານແທັງບິ່ງ, ພ້ອມກັບບັນດາສະມາຊິກກຸ່ມລັດຖະສະພາມິດຕະພາບຫວຽດນາມ - ອີຕາລີ ຂອງສະພາແຫ່ງຊາດຊຸດທີ 14.
ທ່ານປະລິນຍາເອກ ຟານແທັງບິ່ງ ຮັບຫຼຽນໄຊກຽດຕິຄຸນ ອີຕາລີ - ảnh 1ພິທີປະດ້ວຍຫຼຽນໄຊກຽດຕິຄຸນ ອີຕາລີ ທີ່ມອບໃຫ້ແກ່ທ່ານຮອງສາດສະດາຈານ, ປະລິນຍາເອກ ຟານແທັງບິ່ງ
(ພາບ: TTXVN)

ຕອນບ່າຍວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ, ປະທານອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ ໄດ້ເຂົ້າຮ່ວມພິທີປະດ້ວຍຫຼຽນໄຊກຽດຕິຄຸນ ອີຕາລີ ທີ່ມອບໃຫ້ແກ່ທ່ານຮອງສາດສະດາຈານ, ປະລິນຍາເອກ ຟານແທັງບິ່ງ, ຫົວໜ້າກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນອະນຸຊົນຂອງສະພາແຫ່ງຊາດຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາຫວຽດນາມ - ອີຕາລີ. ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ໃຫ້ຮູ້ວ່າ: ຫຼຽນໄຊກຽດຕິຄຸນ ແມ່ນການຮັບຮູ້ຂອງລັດ ອີຕາລີ ຕໍ່ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງທ່ານ ຟານແທັງບິ່ງ, ພ້ອມກັບບັນດາສະມາຊິກກຸ່ມລັດຖະສະພາມິດຕະພາບຫວຽດນາມ - ອີຕາລີ ຂອງສະພາແຫ່ງຊາດຊຸດທີ 14. ທ່ານນາງ ຕ່ອງທິຟ໊ອງ ເຊື່ອໝັ້ນວ່າ, ດ້ວຍອິດທິພົນຊື່ສຽງ, ກຳລັງຄວາມສາມາດໃນວຽກງານ, ການພົວພັນໃນວຽກງານ… ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມທ່ານ ຟານແທັງບິ່ງ, ກໍ່ຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ສືບຕໍ່ປະກອບສ່ວນ ແລະ ຊຸກຍູ້ການພົວພັນສະໜິດຕິດພັນລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນລະຫວ່າງ 2 ປະເທດຫວຽດນາມ ແລະ ອີຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ