ທ່ານຫງວຽນເຕີນຢູງ ອອກຄຳສັ່ງເລິ່ມລົງມື ກໍ່ສ້າງທ່າກຳປັ່ນ ສາກົນຫາຍຟ່ອງ

ທ່ານຫງວຽນເຕີນຢູງ ອອກຄຳສັ່ງເລິ່ມລົງມື ກໍ່ສ້າງທ່າກຳປັ່ນ ສາກົນຫາຍຟ່ອງ - ảnh 1
ທ່ານ​ກຳ​ປັ່ນ​ແລກ​ຮ້ວຽນ

(ພາບ: trandaiquang.net)

(vovworld)- ຕອນ​ເຊົ້າ​ວັນ​ທີ 14/4, ຢູ່​ເມືອງ​ກາດ​ຫາຍ, ​ນະຄອນ​ຫາຍ​ຟ່ອງ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​​ໄດ້ອອກ​ຄຳ​ສັ່ງ​ເລິ່ມລົງມື​ໂຄງການ​ລົງທຶນ​ກໍ່ສ້າງ​ທ່າ​ກຳ​ປັ່ນ​ສາກົນ​ຫາຍ​ຟ່ອງ (ທ່າ​ກຳ​ປັ່ນ​ແລກ​ຮ້ວຽນ). ນີ້​ແມ່ນ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ. ບໍ່​ພຽງ​ແຕ່​​ໄດ້ປະກອບສ່ວນ​ຊຸກຍູ້​ເສດຖະກິດ​ສັງຄົມ, ຮັບປະ ກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຍູ້​ໄວ​ວິວັດ​ການ​ຫັນເປັນ ອຸດສາຫະກຳ ​ແລະ ທັນ​ສະ​ໄໝຂອງນະຄອນ​ຫາຍ​ຟ່ອງ​, ​ເຂດພາກ​ເໜືອ ​ແລະ ທົ່ວປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ຢັ້ງຢືນ​ທີ່​ຕັ້ງບົດບາດ ​ແລະ ຈຸດ​ດີ​ເສດຖະກິດ​ທະ​ເລ​ຂອງ​ຫວຽດນາມ ອີກ​ດ້ວຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ເນັ້ນໜັກ​ວ່າ:

   “ຍຸດ​ທະ​ສາດ​ທະ​ເລ​ຫວຽດນາມ ຮອດ​ປີ 2020 ຊື່​ງ​ໄດ້​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ຄັ້ງທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 10 ​ໄດ້​ກຳ​ນົດຈຸດໝາຍ​ຮອດ​ປີ 2020 ​ແມ່ນ​ສູ້​ຊົນ​ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ທະ​ເລ, ສ້າງ​ຄວາມ​ຮັ່ງມີ​ຈາກ​ທະ​ເລ, ຮັບປະກັນອະທິປະ​ໄຕ, ສິດ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ບົນ​ທະ​ເລ, ໝູາ​ເກາະ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວິວັດ​ການ​ຫັນ​​ເປັນປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ສ້າງ​ປະ​ເທດ​ທີ່ມີຄວາມ​ຮັ່ງມີ​ເຂັ້ມ​ແຂງ. ​ໃນ​ຍຸດ​ທະ​ສາດ​ນີ້, ທ່າ​ກຳ​ປັ່ນ​ສາ​ກົນ​ຫາຍ​ຟ່ອງ-​ແລກ​ຮ້ວຽນ ​ແມ່ນ​ປັດ​ໄຈ​ສຳຄັນ, ຊ່ວຍ​ເປີດ​ປະຕູ​ອອກ​ສູ່​ພາກ​ພື້ນ ​ແລະ ​ໂລກ

 

 

 

 

ຂ່າວ/ບົດ​ອື່ນ