(vovworld) - ຕອນບ່າຍວັນທີ 15 ສິງຫາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍີນ ໄດ້ມີການເຮັດວຽກກັບຜູ້ຕາງໜ້າທະນາຄານໂລກ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ຂອບໃຈທະນາຄານໂລກ ທີ່ໄດ້ອຸປະຖຳໃຫ້ແກ່ໂຄງການນຳໃຊ້ວິທະຍາສາດເຕັກໂນໂລຊີເພື່ອຄົນທຸກຍາກຫວຽດນາມ ເຊິ່ງຫາກໍ່ໄດ້ຮັບການລົງນາມໃນວັນທີ 14 ສິງຫາ, ພິເສດແມ່ນການໜູນຊ່ວຍໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ລົງທຶນເຂົ້າເຂດເສດຖະກິດ ງີເຊີນ (ແທງຮ໋ວາ). ໂຄງການນີ້ ຈະຊ່ວຍສ້າງວຽກເຮັດງານທຳໃຫ້ຄົນທຸກຍາກຫຼາຍຄົນ ແລະ ສ້າງກາລະໂອກາດພັດທະນາເສດຖະກິດໃຫ້ທັງພາກກາງຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ທະນາຄານໂລກ ພ້ອມກັບແຂວງແທງຮ໋ວາ ສຸມໃສ່ການລົງທຶນກໍ່ສ້າງເຮືອນຢູ່ໃຫ້ແກ່ຄົນງານທີ່ມີລາຄາຖືກ ກ່ອນທີ່ດຳເນີນກໍ່ສ້າງໂຮງງານໃຫ້ແກ່ເຂດເສດຖະກິດນີ້. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ທະນາຄານໂລກ ຄົ້ນຄວ້າໜຸນຊ່ວຍໃຫ້ແກ່ໂຄງການປູກຕົ້ນຢາສະໝູນໄພ 10.000 ແຮກຕາ ໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຂອງ 5 ເມືອງໃນແຂວງຮ່າຢາງ ເພື່ອລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.