ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນມາຣົກ

(VOVWORLD) -ໃນການຮ່ວມມືດ້ານເສດຖະກິດ ຄວນມີບັນດາມາດຕະການຢ່າງລະອຽດ ເພື່ອຍູ້ແຮງການແລກປ່ຽນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດກວ່າອີກ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນມາຣົກ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມຟ້າມບິງມິງຕ້ອນຮັບທ່ານນາງ Mounia Boucetta ລັດຖະມົນຕີກະຊວງການຕ່າງປະເທດແລະຮ່ວມມືສາກົນມາຣົກ

ວັນທີ 24 ເມສາ, ທ່ານນາງ Mounia Boucetta ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນ ແຫ່ງລາຊະອານາຈັກມາຣົກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິງ ເນື່ອງໃນໂອກາດມາຫວຽດນາມ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການປະສົມຫວຽດນາມ - ມາຣົກ ແລະ ປຶກສາກາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດຢູ່ຮ່າໂນ້ຍ.

        ທີ່ການຕ້ອນຮັບ, ສອງຝ່າຍເຫັນດີເປັນເອກະພາບ ໂດຍຖືວ່າໃນການຮ່ວມມືດ້ານເສດຖະກິດ ຄວນມີບັນດາມາດຕະການຢ່າງລະອຽດ ເພື່ອຍູ້ແຮງການແລກປ່ຽນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດກວ່າອີກ; ເພີ່ມທະວີການຈັດສົ່ງຄະນະວິສາຫະກິດໄປຊອກຮູ້ຕະຫຼາດ; ພ້ອມກັນຮ່ວມມືເພື່ອພັດທະນາການພົວພັນເສດຖະກິດກັບບັນດາປະເທດອາຟະລິກາອື່ນ. ກ່ຽວກັບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ແລກປ່ຽນທຶນການສຶກສາໃຫ້ແກ່ນັກສຶກສາທີ່ໄປຮ່ຳຮຽນຢູ່ສອງປະເທດ; ເຫັນດີຈະສືບຕໍ່ຮ່ວມມືກັນຢ່າງແຮງໃນຂົງເຂດດັ່ງກ່າວ ຜ່ານການແລກປ່ຽນນັກຄົ້ນຄວ້າ, ຈັດຕັ້ງກອງປະຊຸມສຳມະນາດ້ານວິຊາການ ແລະລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງບັນດາຮາກຖານຄົ້ນຄວ້າ. ນອກນັ້ນ, ສອງຝ່າຍຈະຊຸກຍູ້ການເຈລະຈາ ແລະ ລົງນາມໃນບັນດາຂໍ້ຕົກລົງຮ່ວມມືໃໝ່ບັນດາຂົງເຂດຮ່ວມມືອື່ນໂດຍໄວ ຄື ແຮງງານ, ທະນາຄານ - ການເງິນ, ການທ່ອງທ່ຽວ, ການບິນ, ພະລັງງານຜະລິດຄືນໃໝ່… ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິງມິງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນພ້ອມກັນຊຸກຍູ້ບັນດາຂໍ້ສະເໜີແຮກສ່ຽວທ້ອງຖິ່ນລະຫວ່າງສອງປະເທດ ເຊິ່ງລວມມີ ການແຮກຊສ່ຽວລະຫວ່າງແຂວງຍາຈາງ - Agadir, ນະຄອນໂຮ່ຈີມິນ - Casablanca, ແຂວງດາໜັງ - Tangier.

        ໃນຂອບເຂດການປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະໂລກ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ