ທ່ານຮອງນາຍົກລັດຖະມົນຕີ ເຈ່ິນລຶວກວາງ ຕ້ອນຮັບບັນດາຄະນະຜູ້ແທນສາກົນມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຂໍຂອບໃຈບັນດາການນຳ ສິງກະໂປ ທີ່ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ທ່ານຮອງນາຍົກລັດຖະມົນຕີ ເຈ່ິນລຶວກວາງ ຕ້ອນຮັບບັນດາຄະນະຜູ້ແທນສາກົນມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Gan Kim Yong
(ພາບ: TTXVN)

        ຕອນບ່າຍວັນທີ 25 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Gan Kim Yong, ມາ ຫວຽດນາມ ເຂົ້າຮ່ວມງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຂໍຂອບໃຈບັນດາການນຳ ສິງກະໂປ ທີ່ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ແຕ່ງຕັ້ງຄະນະຜູ້ແທນມາ ຫວຽດນາມ ເຂົ້າຮ່ວມພິທີໄວ້ອາໄລ.

ທ່ານຮອງນາຍົກລັດຖະມົນຕີ ເຈ່ິນລຶວກວາງ ຕ້ອນຮັບບັນດາຄະນະຜູ້ແທນສາກົນມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 2ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຕ້ອນຮັບທູດພິເສດຂອງລັດຖະບານ ນິວຊີແລນ, Donald McKinnon
(ພາບ: TTXVN)

        ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຕ້ອນຮັບທູດພິເສດຂອງລັດຖະບານ ນິວຊີແລນ, Donald McKinnon, ມາ ຫວຽດນາມ ເຂົ້າຮ່ວມງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ໂດຍຝາກຜ່ານທ່ານທູດພິເສດ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ສົ່ງຄຳຂໍຂອບໃຈເຖິງທ່ານນາຍົກລັດຖະມົນຕີ Christopher Luxon ແລະ ທ່ານຜູ້ມີອຳນາດເຕັມນາງ Cindy Kiro, ກໍຄືປະຊາຊົນ ນິວຊີແລນ ທີ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ