ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງແຂວງກວ໋າງນາມ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງແຂວງກວ໋າງນາມ - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ທີ່​ການ​ພົບ​ປະ
ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ກວ໋າງ​ນາມ

(vovworld)- ຕອນ​ເຊົ້າ​ວັນ​ທີ1/7, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ແຂວງ ກວ໋າງ​ນາມ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເມືອງ ເຟືອກ​ເຊີນ ແຂວງ ກວ໋າງ​ນາມ ພາ​ຍ​ຫລັງ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13. ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ເມືອງ ເຟືອກ​ເຊີນ ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງວ່ອງ​ໄວ​ໃນ​ຫລາຍ​ດ້ານ, ເຖິງ​ຢ່າງ​ໃດ​ກໍ​ຕາມ ອັດ​ຕາ​ຄ​ອບ​ຄົວ​ທຸກ​ຍາກ​ຍັງ​ຢູ່​ໃນ​ລະ​ດັບ​ສູງ, ກວ່າ 48% ຍອດ​ຈຳ​ນວນ​ຄອບ​ຄົວ​ໃນ​ບໍ​ລິ​ເວນ. ສະ​ນັ້ນ ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫນີ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້​ນ ແລະ ປະ​ຊາ​ຊົນ​ຄວນ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ວິ​ທີ​ຄິດ, ວິ​ທີ​ເຮັດ, ນຳ​ບັນ​ດາ​ຮູບ​ແບບ​ເສດ​ຖະ​ກິດ​ເຂົ້າ​ໃນ​ການ​ຜະ​ລິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ:

        “ແຕ່​ລະ​ຕາ​ແສງ, ປະ​ຊາ​ຊົນ​ແຕ່​ລະ​ຄົນ ຕ້ອງ​ຊອກ​​ຮູ້​ສາ​ຍ​ເຫດເປັນ​ຫຍັງ​ອັດ​ຕາ​ສ່ວນ​ຄອບ​ຄົວ​ທຸກ​ຍາກ​​ຍັງ​ຢູ່​ໃນ​ລະ​ດັບສູງ. ພັກ, ລັດ ເອົາ​ໃຈ​​ໃສ່ ​ແກ້​ໄຂ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ເມືອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.”

ຂ່າວ/ບົດ​ອື່ນ