ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ​ສົ່ງ​ສານອວຍ​ພອນ​ເຖິງ​ສະ​ພາ​ທົ່ວ​ປະ​ເທດ ພັກ​ກອມ​ມູ​ນິດ ຝ​ລັ່ງ

(VOVWORLD) -ການພົວພັນມິດຕະພາບ, ຄວາມສາມັກຄີສັດຊື່ບໍລິສຸດ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຝລັ່ງ, ລະຫວ່າງປະຊາຊົນສອງປະເທດໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງຈາກການນຳສອງພັກລຸ້ນຕ່າງໆ, ເຊິ່ງເປັນພະຍາດຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ລະຫວ່າງ ນັກກອມມູນິດ. 
ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ  ຫງວຽນ​ຝູ​ຈ້ອງ ​ສົ່ງ​ສານອວຍ​ພອນ​ເຖິງ​ສະ​ພາ​ທົ່ວ​ປະ​ເທດ ພັກ​ກອມ​ມູ​ນິດ ຝ​ລັ່ງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ  ຫງວຽນຝູຈ້ອງ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຝລັ່ງ ແລະ 100 ປີແຫ່ງວັນຈັດຕັ້ງກອງປະຊຸມໃຫຍ່ Tours ( 25 – 30 ທັນວາ 1920 – 25 – 30 ທັນວາ 2020), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນ ໄປເຖິງສະພາທົ່ວປະເທດ ພັກກອມມູນິດຝລັ່ງ, ໃນສານອວຍພອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ເນັ້ນໜັກວ່າ:

ການພົວພັນມິດຕະພາບ, ຄວາມສາມັກຄີສັດຊື່ບໍລິສຸດ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຝລັ່ງ, ລະຫວ່າງປະຊາຊົນສອງປະເທດໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງຈາກການນຳສອງພັກລຸ້ນຕ່າງໆ, ເຊິ່ງເປັນພະຍາດຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ລະຫວ່າງ ນັກກອມມູນິດ. ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ການໜູນຊ່ວຍທາງດ້ານວັດຖຸ ແລະ ຈິດໃຈຢ່າງແທດຈິງ ແລະ ມີປະສິດທິຜົນ ເຊິ່ງນັກກອມມູນິດ ແລະ ປະຊາຊົນຝລັ່ງ ໄດ້ສະຫງວນໃຫ້ປະຊາຊົນ ຫວຽດນາມໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນກິດຈະການສ້າງສາແລະປົກປັກຮັກສາປະເທດຊາດໃນປັດຈຸບັນ, ຕັ້ງໜ້າປະກອບສ່ວນພັດທະນາການພົວພັນລະຫວ່າງ ສອງປະເທດ ຫວຽດນາມ ແລະ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ