ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres: ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຂອງ ສ​ປ​ຊ

(VOVWORLD) -ໃນສານ ທ່ານເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຂອງ ຫວຽດນາມ ຕໍ່ບັນດາຄວາມມານະພະຍາຍາມຂອງ ສປຊ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ໃນໄລຍະ 45 ປີຜ່ານມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres: ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຂອງ ສ​ປ​ຊ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ:  TTXVN)

ວັນທີ 20 ກັນຍາ (ຕາມເວລາ ນິວຢອກ), ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສົ່ງສານອວຍພອນລັດຖະບານ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ ສປຊ (20 ກັນຍາ 1977 – 20 ກັນຍາ 2022). ໃນສານ ທ່ານເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຂອງ ຫວຽດນາມ ຕໍ່ບັນດາຄວາມມານະພະຍາຍາມຂອງ ສປຊ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ໃນໄລຍະ 45 ປີຜ່ານມາ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສປຊ, ມີການປະກອບສ່ວນຫຼາຍຢ່າງທີ່ແທດຈິງ ແລະ ມີປະສິດທິຜົນເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ພ້ອມທັງສະແດງຄວາມຫວັງຢາກເພີ່ມທະວີ ການພົວພັນອັນດີງານນີ້ໃນໄລຍະຈະມາເຖິງ ໃຫ້ຫຼາຍກ່ວາອີກເພື່ອຊຸກຍູ້ສັນຕິພາບ, ການພັດທະນາແບບຍືນຍົງ ແລະ ສິດທິມະນຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ