ທ່ານເລຂາທິການໃຫຍ່ສປຊຮຽກຮ້ອງຈັດການພົບປະເຈລະຈາເພື່ອແກ້ໄຂສະພາບການຢູ່ໄທ

ທ່ານເລຂາທິການໃຫຍ່ສປຊຮຽກຮ້ອງຈັດການພົບປະເຈລະຈາເພື່ອແກ້ໄຂສະພາບການຢູ່ໄທ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon ​
photo:internet


(vovworld) - ​ວັນ​ທີ 26/2, ໂດຍ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ວິ​ກິດ​ການ​ການ​ເມືອງ​ປະຈຸ​ບັນ​ຢູ່​ໄທ, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon ​ໄດ້​ຮຽກຮ້ອງ​ທຸກ​ຝ່າຍ​ຢູ່​ໄທ ​ເຂົ້າ​ຮ່ວມ​ການ​ພົບ​ປະ​ເຈລະຈາ​ໂດຍ​​ໄວ. ​ໃນ​ຖະ​ແຫລ​ງການ​ຜ່ານໂຄສົກ, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon ກ່າວ​ປະນາມ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງທີ່ນັບມື້ນັບ​ປີນ​ຂັ້ນ​ໄດ​ໃນ​ຊຸມ​ມື້​ຜ່ານ​ມາ​ຢູ່​ຫລາຍ​ເຂດ​ຂອງ​ໄທ. ທ່ານ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ ຕ້ອງ​ເຄົາລົບ​ສິດທິ​ມະນຸດ ​ແລະ ກົດໝາຍ, ບໍ່​ປະຕິບັດ​ບັນດາ​ການ​ກະທຳ​ໃຊ້ຄວາມຮຸນແຮງ​ໃນ​ວິວັດ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍກັນ​ດ້ານ​ກາ​ນ​ເມືອງ ຢ່າງ​ເດັດຂາດ. ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ Catherine Ashton, ຜູ້ຕາງຫນ້າ​ຂັ້ນ​ສູງ ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ໂອ້​ລົມ​ສົນທະນາ​ຂອງ ສະຫະພາບ​ເອີ​ລົບ (EU) ກໍ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ການ​​ໃຊ້​ຄວາມ​ຮຸນ​ແຮງດ້ານ​ການ​ເມືອງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ໄທ.

ຂ່າວ/ບົດ​ອື່ນ