ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງອວຍພອນປີໃຫມ່ປັນຍາຊົນ,ນັກວິທະຍາສາດ ,ສິລະປິນດີເດັ່ນ
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
|
(vovworld)- ຕອນເຊົ້າວັນທີ 26/1 ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເປັນປະທານງານພົບປະສັງສັນ,ອວຍພອນ ຜູ້ແທນ 150 ຄົນຊື່ງແມ່ນປັນຍາຊົນ, ນັກວິທະຍາສາດ, ສິລະປິນດີເດັ່ນໃນທົ່ວປະເທດເນື່ອງໃນໂອກາດລະດູບານໃຫມ່ປີມະເມຍ 2014 ແລະ ສະເຫລີມສະຫລອງ 84 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ. ເມື່ອໂອ້ລົມກັບບັນດາຜູ້ແທນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ແຈ້ງໂດຍສັງເຂບກ່ຽວກັບບັນດາຈຸດພົ້ນເດັ່ນໃນປີ 2013 ແລະ ຫນ້າທີ່ປີ 2014. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ໃນຜົນງານລວມຂອງທັງປະເທດແມ່ນມີການປະກອບສ່ວນອັນໃຫຍ່ຫລວງຂອງຖັນແຖວປັນຍາຊົນ, ນັກວິທະຍາສາດ, ສີລະປິນ.
“ຍາມໃດພັກກອມມູນິດຫວຽດນາມກໍຖືຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການສຶກສາບຳລຸງສ້າງເປັນສຳຄັນ. ນີ້ແມ່ນລັດຖະນະໂຍບາຍຕົ້ນຕໍຂອງປະເທດຊາດ, ວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ. ພັກຖືຖັນແຖວປັນຍາຊົນ ແລະ ສິລະປະເປັນສຳຄັນ.”