ທຳນຽບຂາວຍັງຄົງມີຄວາມຫວັງ ການພົບປະຂັັ້ນສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະດຳເນີນໄປ

(VOVWORLD) - ວັນທີ 16 ພຶດສະພາ, ໂຄສົກທຳນຽບຂາວ ທ່ານ Sarah Sander ໃຫ້ຮູ້ວ່າ: ທຳນຽບຂາວ “ຍັງຄົງມີຄວາມຫວັງ” ການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un
ທຳນຽບຂາວຍັງຄົງມີຄວາມຫວັງ ການພົບປະຂັັ້ນສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະດຳເນີນໄປ - ảnh 1 ໂຄສົກທຳນຽບຂາວ ທ່ານ Sarah Sander (ພາບ: AFP/TTXVN)

ຈະດຳເນີນໄປຕາມແຜນການ ໂດຍບໍ່ຫົວຊາຕໍ່ເລືື່ອງ ພຽງຢາງ ນາບຂູ່ວ່າຈະຍົກເລີກການພົບປະດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ Sarah Sander ກໍ່ຊີ້ແຈ້ງວ່າ ທ່ານປະທານາທິບໍດີ ອາເມລິກາ ໄດ້ກຽມພ້ອມໃຫ້ແກ່ການພົບປະ ແລະ ຖ້າຫາກການພົບປະບໍ່ໄດ້ດຳເນີນ, ອາເມລິກາ ຈະສືບຕໍ່ບັ້ນຮົບກໍ່ກຳລັງດັນຕໍ່ ສປປ.ເກົາຫຼີ ຢ່າງສຸດຂີດ.

        ແລະກໍ່ໃນວັນດຽວກັນ, ເລຂາການຂ່າວຂອງປະທານາທິບໍດີ ສ.ເກົາຫຼີ ທ່ານ Yoon Young-chan ໃຫ້ຮູ້ວ່າ ສ.ເກົາຫຼີ ເຊື່ອໝັ້ນວ່າ ສປປ.ເກົາຫຼີ ຍັງຄົງເຄົາລົບຄຳໝັ້ນສັນຍາປອດນິວເຄຼຍຂອງຕົນ ໂດຍບໍ່ຫົວຊາຕໍ່ເລື່ອງ ພຽງຢາງ ຕັດສິນຢຸດຕິການເຈລະຈາກັບ ເຊີອູນ ໂດຍບໍ່ມີການກຳນົດເວລາ.

        ໃນຂະນະນັ້ນ, ຈີນ ຮຽກຮ້ອງໃຫ້ ສປປ.ເກົາຫຼີ  ແລະ ອາເມລິກາ ຊຸກຍູ້ການພົບປະສຸດຍອດຄັ້ງປະຫວັດສາດລະຫວ່າງການນຳ 2 ປະເທດຄືດັ່ງແຜນການ ພາຍຫລັງທີ່ ພຽງຢາງ ນາບຂູ່ວ່າຈະຍົກເລີກການພົບປະດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ